ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້

(VOVWORLD) - ໃນຈຸດເວລາເປົ່າຫວ່າງ, ແມ່ຍິງຊົນເຜົ່າ ລື້, ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດືອງ, ແຂວງ ລາຍເຈົາ ເຄີຍເຕົ້າໂຮມກັນເພື່ອຕ່ຳຫູກທໍໄໝ. ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນຮັກສາອາຊີບຕ່ຳແຜ່ນແພພື້ນເມືອງເທົ່ານັ້ນ, ຫາກຍັງມີລາຍຮັບຕື່ມອີກເພື່ອຮັບປະກັນດຳລົງຊີວິດເປັນປົກກະຕິ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 1
ຊາວເຜົ່າ ລື້ ຢູ່ ລາຍເຈົາ ມີເກືອບ 6.800 ຄົນ, ອາໄສຢູ່ 4 ບ້ານຂຶ້ນກັບຕາແສງ ບ້ານຮອນ, ເມືອງ ຕາມເດືອງ ເປັນຕົ້ນ. ນີ້ແມ່ນໜຶ່ງໃນຈຳນວນ 14 ຊົນເຜົ່າມີປະຊາກ່ອນຕ່ຳກວ່າ 10.000 ຄົນໃນທົ່ວປະເທດ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 2
ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຊາວເຜົ່າ ລື້ ດຳລົງຊີວິດດ້ວຍຄວາມປະເອີບໃຈ ແລະ ຍາມໃດກໍ່ຖືເປັນສຳຄັນການຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 3
ແມ່ຍິງອາຍຸກາງຊົນເຜົ່າ ລື້ ສ່ວນຫຼາຍໄດ້ຍ້ອມແຂ້ວເປັນສີດຳ
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 4
ຄອບຄົວບັນດາຊາວເຜົ່າ ລື້ ຢູ່ ບ້ານຮອນ ສ່ວນຫຼາຍມີກີ່ຕ່ຳຫູກ ແລະ ບັນດາເຄື່ອງຂອງເພື່ອຕ່ຳບັນດາຊຸດອາພອນທີ່ເປັນມູນເຊື້ອດ້ວຍຕົນເອງ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 5
ວັດຖຸດິບຕົ້ນຕໍ່ເພື່ອເຮັດບັນດາຊຸດສິ້ນ, ເຊື້ອທີ່ເປັນມູນເຊື້ອແມ່ນຝ້າຍທີ່ໄດ້ປູກ ຫຼື ເອົາມາຈາກປ່າ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 6
ຝ່າຍໄດ້ເຮັດດ້ວຍມື…
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 7
… ຫຼັງຈາກນັ້ນເຮັດເປັນເສັ້ນຝ້າຍ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 8
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 9
ຍ້ອນສີໃຫ້ເສັ້ນຝ່າຍເພື່ອຕ່ຳແພໄໝ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 10
ຜະລິດຕະພັນຂອງແມ່ຍິງຊົນເຜົ່າ ລື້ ມີຫຼາຍຊະນິດ, ຄື: ສິ້ນ, ເຊື້ອ, ຜ້າ, ກະເປົາ…
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 11
ຊຸດອາພອນຂອງຊາວເຜົ່າ ລື້ ເປັນເອກະລັກສະເພາະທີ່ສຸດ, ດ້ວຍບັນດາລວດລາຍເປັນເອກະລັກສະເພາະ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 12
ເອື້ອຍ, ນ້ອງຊາວເຜົ່າ ລື້ ສ່ວນຫຼາຍໄດ້ເຮັດບັນດາຂັ້ນຕອນເພື່ອຕ່ຳບັນດາຊຸດສິ້ນ, ເຊື້ອທີ່ເປັນມູນເຊື້ອ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 13
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 14
ພ້ອມກັບຊຸດອາພອນທີ່ເປັນມູນເຊື້ອ, ຊຸດອາພອນເພື່ອສະແດງຂອງຊາວເຜົ່າ ລື້ ໄດ້ຮັບການຕີລາຄາວ່ານອນໃນກຸ່ມຊຸດອາພອນທີ່ເປັນເອກະລັກສະເພາະພິເສດທີ່ສຸດໃນຈຳນວນບັນດາຊົນເຜົ່າຢູ່ແຂວງ ລາຍເຈົາ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 15
ທິວທັດທຳມະຊາດຫົກເຫື້ອ, ສະຫງົບງຽບຂອງ ບ້ານຮອນ ກໍ່ແມ່ນຈຸດເດັນເພື່ອ ດຶງດູດແຂກທ່ອງທ່ຽວໃນຊຸມປີມໍ່ໆມານີ້.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 16
ຍ້ອນໄດ້ຖືວັດທະນະທຳທີ່ເປັນມູນເຊື້ອ, ຮັກສາທິວທັດທຳມະຊາດເປັນສຳຄັນນັ້ນ, ບັນດາບ້ານຂອງຊາວເຜົ່າ ລື້ ຢູ່ ບ້ານຮອນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ.
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້ - ảnh 17
ອາຊີບຕ່ຳຫູກທໍໄໝທີ່ເປັນມູນເຊື້ອ ແລະ ພື້ນຖານວັດທະນະທຳບໍ່ເປັນວັດຖຸທີ່ອຸດົມສົມບູນ ໄດ້ດຶງດູດແຂກທ່ອງທ່ຽວມາຄົ້ນຫາ ບ້ານຮອນ ເວົ້າສະເພາະ, ແຂວງ ລາຍເຈົາ ເວົ້າລວມ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ