ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020

(VOVWORLD) - ປີ 2020, ປະຊາຄົມອາຊຽນ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ (2015 – 2020) ແລະ ຫວຽດນາມ ເປັນກຽດໄດ້ຮັບດຳລົງຕຳແໜ່ງເປັນປະທານອາຊຽນ. ເພື່ອຂໍ່ຳນັບຊົມເຊີຍເຫດການສຳຄັນນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຂອງ 10 ປະເທດອາຊຽນ ປະຈຳຫວຽດນາມ ຈັດງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 1
ເພື່ອຂໍ່ຳນັບຊົມເຊີຍພິທີເປີດງານວາງສະແດງ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຊົມບັນດາລາຍງານສະແດງສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 2
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 3
ບັນດາຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມພິທີ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 4
ກ່າວຄຳເຫັນໄຂງານວາງສະແດງ, ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ: ເຖິງວ່າໂລກລະບາດໂຄວິດ-19 ຍັງຜັນແປສັບສົນຢູ່ກໍ່ຕາມ, ແຕ່ 10 ປະເທດສະມາຊິກອາຊຽນ ໄດ້ຕັ້ງໜ້າສົມທົບກັນ, ສົ່ງຊຸດອາພອນປະຈຳຊາດ, ບັນດາພາບຖ່າຍມາເຂົ້າຮ່ວມເຫດການວັດທະນະທຳສຳຄັນຂອງອາຊຽນ ຢູ່ຫວຽດນາມ. ສິ່ງດັ່ງກ່າວໄດ້ເປັນການຢັ້ງຢືນຄວາມເອົາໃຈໃສ່ເປັນພິເສດຂອງບັນດາປະເທດອາຊຽນ ທີ່ສະຫງວນໃຫ້ແກ່ບັນດາເຫດການວັດທະນະທຳໂດຍຫວຽດນາມ ຈັດຕັ້ງໃນປີ 2020. ພ້ອມທັງເປັນການສະແດງໃຫ້ເຫັນວ່າ, ການຮ່ວມມືທາງດ້ານວັດທະນະທຳໃນອາຊຽນ ໄດ້ສະແດງໃຫ້ເຫັນບົດບາດເຊື່ອມຕໍ່ບັນດາປະເທດສະມາຊິກອາຊຽນ
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 5
ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕັດແຖບຜ້າເປີດງານວາງສະແດງ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 6
ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ມອບດອກໄມ້ໃຫ້ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດປະຈຳຫວຽດນາມ
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 7
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 8
ບັນດາແຂກຖືກເຊີນຢ້ຽມຊົມງານວາງສະແດງ ແລະ ຮັບຟັງການແນະນຳກ່ຽວກັບຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ.

ຊຸດອາພອນປະຈຳຊາດຂອງບັນດາປະເທດອາຊຽນ

ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 9
ເຂດງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 10
ຊຸດອາພອນປະຈຳຊາດຂອງປະເທດ ມາເລເຊຍ - ຊາວມາເລເຊຍ ເຄີຍນຸ່ງຊຸດອາພອນນີ້ໃນໂອກາດພິເສດຄືບຸນປີໃໝ່, ວັນຊາດ…
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 11
ຊຸດອາພອນປະຈຳຊາດຂອງປະເທດ ມຽນມາ - ຊຸດອາພອນປະຈຳຊາດຂອງປະເທດນີ້ມີຊື່ວ່າ Longyi ນຸ່ງໄດ້ທັງເພດຊາຍ ແລະ ຍິງ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 12
ຊຸດອາພອນປະຈຳຊາດຂອງປະເທດ ສິງກະໂປ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 13
ຊຸດອາພອນປະຈຳຊາດຂອງປະເທດ ອິນໂດເນເຊຍ - ຊຸດນີ້ມີຊື່ວ່າ Kerawang Gayo Lues ແມ່ນຊຸດທີ່ໃຊ້ນຸ່ງໃນແຕ່ງງານ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 14
ຊຸດອາພອນປະຈຳຊາດຂອງປະເທດ ຟີລິບປິນ - ນີ້ແມ່ນຊຸດອາພອນຂອງຜົວເມຍຂຸນນາງຂອງຟີລິບປິນ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 15
ຊຸດອາພອນປະຈຳຊາດຂອງປະເທດ ບຣູໄນ - ເຊິ່ງເຄີຍນຸ່ງໃນບັນດາງານບຸນຄື: Hari Raya Aidilfitri ແລະ ງານແຕ່ງດອງ
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 16
ຊຸດອາພອນປະຈຳຊາດຂອງປະເທດ ລາວ - ຊຸດອາພອນນີ້ໄດ້ນຸ່ງໃນຍາມຈັດຕັ້ງງານບຸນສຳຄັນຕ່າງໆ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 17
ຊຸດອາພອນປະຈຳຊາດຂອງປະເທດ ໄທ - ຊຸດອາພອນນີ້ມີຈຸດທີ່ເປັນເອກະລັກສະເພາະກວ່າເມື່ອທຽບໃສ່ບັນດາປະເທດອື່ນ ຍ້ອນການອອກແບບ ແລະ ຕັດຫຍິບ. ລວດລາຍໃນແພໄໝນີ້ແມ່ນນາຍຊ່າງທີ່ມີສີມືດີປະຕິບັດແບບຫັດຖະກຳ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 18
ຊຸດອາພອນປະຈຳຊາດຂອງປະເທດ ກຳປູເຈຍ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 19
ຊຸດອາພອນປະຈຳຊາດຂອງປະເທດ ຫວຽດນາມ - ຊຸດເສື້ອຍາວຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ. ນີ້ກໍ່ແມ່ນສັນຍາລັກຊີ້ໃຫ້ເຫັນສີສັນວັດທະນະທຳຫວຽດນາມ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 20
ນອກຈາກບັນດາຊຸດອາພອນປະຈຳຊາດແລ້ວ, ບັນດາປະເທດທີ່ເຂົ້າຮ່ວມຍັງນຳເອົາພາບຖ່າຍກ່ຽວກັບການດຳລົງຊີວິດຂອງປະຊາຊົນ… ມາວາງສະແດງຕື່ມອີກ.
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 21
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 22
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 23
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 24

ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 25

ງານວາງສະແດງໄດ້ສ້າງຄວາມດູດດື່ມສຳລັບຜູ້ມາຊົມ.

ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 26
ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 27

ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 28

ນອກນັ້ນ, ນີ້ກໍ່ແມ່ນໂອກາດພົບປະແລກປ່ຽນຂອງບັນດາຜູ້ນິຍົມຊຸດອາພອນປະຈຳຊາດອີກ.

ງານວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 - ảnh 29

ເຫດການວັດທະນະທຳວາງສະແດງຊຸດອາພອນປະຈຳຊາດບັນດາປະເທດອາຊຽນ 2020 ໄດ້ດຳເນີນໃນລະຫວ່າງວັນທີ 21 – 28 ຕຸລາ 2020, ຢູ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ, ເລກ 1 ຖະໜົນ ຈ່າງຕ່ຽນ, ເມືອງຮ່ວານກ໊ຽມ, ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ