ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ

(VOVWORLD) -“ງານແຕ່ງດອງທາງອອນລາຍ” ແມ່ນຄຳນິຍາມທີ່ໃໝ່ອ່ຽມຢູ່ຫວຽດນາມ.

ໃນໄລຍະ 2 ປີມານີ້, ໄປຄຽງຄູ່ກັບຜົນກະທົບທີ່ຫຍໍ້ທຈາກໂລກລະບາດໂຄວິດ-19 ນັ້ນ, ພວກເຮົາໄດ້ເຫັນປະຈັກຕາຄວາມສຳຄັນຂອງເຕັກໂນໂລຊີດີຈີຕອນ. ນິຍາມຕ່າງໆຄື “ກອງປະຊຸມທາງອອນລາຍ”, “ຮ່ຳຮຽນທາງອອນລາຍ” ໄດ້ກາຍເປັນສິ່ງລື້ງເຄີຍ, ແຕ່ “ງານແຕ່ງດອງທາງອອນລາຍ” ພັດເປັນສິ່ງທີ່ໃໝ່ອ່ຽມຢູ່ ຫວຽດນາມ.

ເມື່ອໄປຢ້ຽມຢາມແຟນຂອງຕົນຢູ່ ມາບ້ານ ສິນສວຍໂຮ່ (ແຂວງ ລາຍເຈົາ) ເນື່ອງໃນໂອກາດວັນ 30 ເມສາ ປີນີ້, ອ້າຍບ່າວມາຈາກທາງທິດໃຕ້ ຫງວຽນແທັງງອັກ ບໍ່ສາມາດກັບບ້ານໄດ້ ຍ້ອນເກີດໂລກລະບາດໂຄວິດ -19, ສະນັ້ນ ລາວ ໄດ້ຕັດສິນໃຈກໍ່ຮ່າງສ້າງຕົວ ແລະ ຈັດງານແຕ່ງດອງຂຶ້ນໃນວັນທີ 28 ກັນຍາ ຢູ່ທີ່ນີ້ເລີຍ.

ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 1
ພາບລວມຂອງງານແຕ່ງດອງສວຍງາມດັ່ງເລື່ອງລາວໃນເທບນິຍາຍຂອງ ອ້າຍບ່າວ ຫງວຽນແທັງງອກ ແລະ ນາງ ຫາງທິຊູ.
(ພາບ: baodantoc.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 2
(ພາບ: baodantoc.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 3
ຍາດຕິພີ່ນ້ອງຝ່າຍເຈົ້າສາວ ແລະ ຊາວບ້ານເປັນສັກຂີພິຍານໃນພິທີງານແຕ່ງດອງ. ສ່ວນພໍ່ແມ່ຂອງເຈົ້າບ່າວພ້ອມດ້ວຍ 2 ຄອບຄົວໄດ້ເຂົ້າຮ່ວມງານແຕ່ງດອງທາງອອນລາຍຢູ່ນະຄອນ ໂຮ່ຈີມິນ.
(ພາບ: baodantoc.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 4
(ພາບ: vnexpress.net)
ຕອນບ່າຍວັນທີ 29 ກັນຍາ, ບັນດາແພດໝໍ ແລະ ນັກອາສາສະໝັກໄດ້ຈັດງານແຕ່ງດອງໃຫ້ເຈົ້າສາວ ໂດ້ທິງອັກຢຽບ ກັບເຈົ້າບ່າວ ເລກວາງຮຸຍ ຢູ່ໂຮງໝໍກາງສະໜາມຮັບ, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເຮືອນເລກທີ 16 (ເມືອງ 7, ນະຄອນ ໂຮ່ຈີມິນ).
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 5
ເຈົ້າສາວແມ່ນພາລະກອນການແພດຂອງໂຮງໝໍ ແບັກມາຍ ພວມເຂົ້າຮ່ວມການຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ສ່ວນເຈົ້າບ່າວແມ່ນຢູ່ ຮ່າໂນ້ຍ.
(ພາບ: vietnamnet.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 6
(ພາບ: vietnamnet.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 7
ແຖວຕົວໜັງສື “ທຸກສິ່ງທຸກຢ່າງແມ່ນເພື່ອພາກໃຕ້” ໄດ້ຕິດໃສ່ຫ້ອງຈັດງານແຕ່ງດອງຢ່າງສະຫງ່າຜ່າເຜີຍ.
(ພາບ: vietnamnet.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 8
(ພາບ: vietnamnet.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 9
ຢູ່ນອກຫ້ອງ, ບັນດາທ່ານໝໍຍັງປຶກສາຫາລືບົ່ງມະຕິພະຍາດໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19.
(ພາບ: vietnamnet.vn)
ສ່ວນ ເລທິຖຸຍຈາງ, ນາງພະຍາບານຢູ່ໂຮງໝໍ ຫງວນຈີເຟືອງ (ເມືອງ 5, ນະຄອນ ໂຮ່ຈີມິນ) ແບ່ງປັນວ່າ, ພະຍາດໂຄວິດ-19 ແຜ່ລະບາດ, ຖຸຍຈາງ ພັດມີງານແຕ່ງດອງພິເສດທີ່ສຸດ ນັ້ນແມ່ນໄດ້ຈັດຂຶ້ນທາງອອນລາຍ.
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 10
(ພາບ: tienphong.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 11
ຍາດຕິພີ່ນ້ອງສົ່ງຄຳອວຍພອນໃຫ້ເຈົ້າບ່າວ, ເຈົ້າສາວຜ່ານທາງໂທລະສັບ.
(ພາບ: tienphong.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 12
ເຈົ້າບ່າວ ເຈົ້າສາວ ບິກເຟືອງ - ຄັກຮຸ່ງ ໄດ້ຕົກລົງປ່ຽນຮູບແບບການຈັດງານແຕ່ງດອງໂດຍກົງມາຈັດທາງອອນລາຍແທນໃນເວລາທີ່ ຮ່າໂນ້ຍ ປະຕິບັດການແຍກຫ່າງສັງຄົມ.
(ພາບ: tienphong.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 13
ຢູ່ເມືອງ ໄຕໂຮ່ (ຮ່າໂນ້ຍ), ເພື່ອນໜຸ່ມ 2 ຄົນນີ້ໄດ້ສ້າງແຜນການເປີດຫ້ອງ zoom ເພື່ອສາມາດເຫັນໝົດທຸກຄົນ.
(ພາບ: tienphong.vn)
ງານແຕ່ງດອງພິເສດໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 14
ທູຮ່າ ແລະ ຮິວຢຸງ ເຕີບໃຫຍ່ຢູ່ແຂວງ ແທັງຮວາ. ປະຈຸບັນ 2 ຄົນນີ້ພວມເຮັດວຽກຢູ່ແຂວງ ດົ່ງທາບ. ວັນຈັດງານແຕ່ງດອງກໍ່ໄດ້ກຳນົດໄວ້ໝົດແລ້ວ, ແຕ່ຍ້ອນໂລກລະບາດຈຶ່ງເຮັດໃຫ້ມີການປ່ຽນແປງ. 2 ຄົນນີ້ໄດ້ຕົກລົງຈັດງານແຕ່ງດອງທາງອອນລາຍດ້ວຍການເຊື່ອມຕໍ່ ຢູ່ 2 ຈຸດນັ້ນແມ່ນ ດົ່ງທາບ ແລະ ແທັງຮວາ.
(ພາບ: vietnamnet.vn)

ຕອບກັບ

ຂ່າວ/ບົດ​ອື່ນ