ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ

(VOVWORLD) -ບັນດາຈຸດເວລາປະຫວັດສາດຕິດພັນກັບຊື່ສຽງຂອງທ່ານພົນເອກຫວໍຫງວຽນຢາບ

ລະດູໃບໄມ້ຫຼົ່ນປີນີ້, ຊາດຫວຽດນາມຈັດຕັ້ງສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ ເຊິ່ງແມ່ນການປະຕິວັດໄດ້ສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ພ້ອມກັນນັ້ນ, ປະຊາຊົນຫວຽດນາມກໍ່ຈັດຕັ້ງສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກຫວໍງວຽນຢາບ (25 ສິງຫາ 1911  - 25 ສິງຫາ 2021) ນັກວິລະຊົນແຫ່ງຊາດໄດ້ພ້ອມກັບປະທານໂຮ່ຈີມິນສ້າງການປະຕິວັດທີ່ຍິ່ງໃຫຍ່ ເມື່ອລະດູໃບໄມ້ຫຼົ່ນ 1945, ຜູ້ບັນຊາການໃຫຍ່ບັ້ນຮົບດຽນບຽນຝຸ ໄດ້ສ້າງໄຊຊະນະທີ່ລື່ຊາຜາກົດໃນທົ່ວໂລກ.

ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 1
ພົນເອກຫວໍງວຽນຢາບເກີດວັນທີ 25 ສິງຫາ 1911 ຢູ່ບ້ານອານຊາ, ຕາແສງລົກຖຸຍ, ເມືອງເລະຖຸຍແຂວງ ກ໋ວາງບິ່ງ, ໃນຄອບຄົວປັນຍາຊົນ. ປີ 1930, ຄາວມີອາຍຸ 19 ປີ ໃນເຫດການໂຊວຽດເງະຕິງ ຫວໍຫງວຽນຢາບໄດ້ຖືກຈັບຕົວແລະກັກຂັງໃນຄຸກເທື່ອຝູ, ນະຄອນເຫ້ວ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 2
ພົນເອກຫວໍງວຽນຢາບຖ່າຍຮູບພ້ອມກັບເມຍຜູ້ທຳອິດຂອງຕົນ - ນາງຫງວຽນທິກວາງທ໊າຍ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 3
ວັນທີ 22 ທັນວາ 1944 ຢູ່ແຂວງກາວບັ່ງ, ກອງທະຫານໂຄສະນາ ປົດປ່ອຍຫວຽດນາມໄດ້ຈັດພິທີສ້າງຕັ້ງດ້ວຍນັກຮົບ 34 ຄົນໂດຍທ່ານຫວໍງວຽນຢາບເປັນຜູ້ບັນຊາໂດຍກົງ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 4
ວັນທີ 26 ສິງຫາ 1945, ຜູ້ບັນຊາການໃຫຍ່ທະຫານປົດປ່ອຍຫວຽດນາມຫວໍງວຽນຢາບໄດ້ເຂົ້າຮ່ວມການສະແດງກຳລັງຄັ້ງທຳອິດຢູ່ຮ່າໂນ້ຍ, ພາຍຫຼັງທີ່ໄດ້ຍາດຊີງເອົາອຳນາດການປົກຄອງ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 5
ວັນທີ 2 ກັນຍາ 1946, ປະເທດສາທາລະນະລັດປະຊາທິປະໄຕຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາ 1 ປີເຕັມ. ເລຂາຄະນະພັກການທະຫານ ຫວໍງວຽນຢາບໄດ້ກ່າວຄຳສັ່ງຂອງຄະນະພັກການທະຫານ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 6
ປີ 1948, ຄາວມີອາຍຸ 37 ປີ, ຫວໍງວຽນຢາບໄດ້ຮັບປະດັບຍົດເປັນພົນເອກແລະກາຍເປັນພົນເອກຄົນທຳອິດຂອງກອງທັບປະຊາຊົນຫວຽດນາມ
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 7
ປະທານໂຮ່ຈີມິນແລະ ພົນເອກ, ຜູ້ບັນຊາການໃຫຍ່ ຫວໍງວຽນຢາບຢູ່ກອງບັນຊາການບັ້ນຮົບຊາຍແດນປີ 1950.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 8
ປະທານໂຮ່ຈີມິນພ້ອມກັບພົນເອກ ຫວໍງວຽນຢາບແລະຜູ້ບັນຊາການກອງພັນໃຫຍ່ ທ໊າຍຢຸງ, ຜູ້ບັນຊາການກອງພັນຢຸງມ້າພວມຄົ້ນຄ້ວາແຜນວາດການຮົບບັ້ນຮົບຊາຍແດນປີ 1950.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 9
ພົນເອກຫວໍຫງວຽນຢາບໄປສຳຫຼວດຢູ່ເທດສະບານກາວບັ່ງເຊິ່ງຫາກໍ່ໄດ້ຮັບການປົດປ່ອຍເມື່ອປີ 1950.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 10
ພົນເອກຫວໍງວຽນຢາບ, ສະເດັດເຈົ້າສຸພານຸວົງປຶກສາຫາລືແຜນການເປີດບັ້ນຮົບພາກເໜືອຂອງ ລາວເມື່ອປີ 1953 ເຊິ່ງແມ່ນບາດລ້ຽງທີ່ສຳຄັນນຳການຕໍ່ຕ້ານ, ຕ້ານຝລັ່ງຂອງປະຊາຊົນສອງປະເທດຫວຽດນາມ-ລາວໄປສູ່ໄຊຊະນະ
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 11
ປະທານໂຮ່ຈີມິນແລະພົນເອກຫວໍງວຽນຢາບປຶກສາຫາລືແຜນການຮົບບັ້ນຮົບດຽວບຽນຝຸປີ 1954.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 12
ພົນເອກຫວໍງວຽນຢາບສັງເກດສະໜາມຮົບຄັ້ງສຸດທ້າຍກ່ອນທີ່ຈະ ອອກຄຳສັ່ງຍິງບຸກໂຈມຕີເປີດສາກບັ້ນຮົບດຽວບຽນຝຸ. (ພາບ: TTXVN)
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 13
ພົນເອກຫວໍງວຽນຢາບພວມມ່ວນຊືນພ້ອມກັບບັນດານັກຮົບໃນພິທີຊົມເຊີຍໄຊຊະນະດ້ຽນບຽນຝຸຖືກຈັດຂຶ້ນຢູ່ກອງບັນຊາການເມື່ອງຟັງ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 14
ພົນເອກຫວໍງວຽນຢາບແລະພົນຕີຊອງຮ່າວ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມສັງເກດສະພາບການຢູ່ ກອງຮ້ອຍ 6, ກອງພັນໃຫຍ່ 233 ສັງກັດກອງກຳລັງປຶນໃຫຍ່ ດົງດາປີ 1968.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 15
ພົນເອກຫວໍງວຽນຢາບພ້ອມກັບກອງບັນຊາການໃຫຍ່ກອງທັບປະຊາຊົນຫວຽດນາມ, ກອງບັນຊາການທະຫານພາກໃຕ້ ແລະຜູ້ບັນຊາການໃຫຍ່ ກຳລັງທະຫານເຈື່ອງເຊີນ, ດົ່ງຊີ້ງວຽນ ປຶກສາຫາລືແຜນການສູ້ຮົບກະກຽມໃຫ້ແກ່ບັ້ນຮົບທາງຫຼວງເລກ 9 ພາກໃຕ້ຂອງລາວຢູ່ເຂດປ່າເຈື່ອງເຊີນປີ 1971.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 16
ພົນເອກຫວໍງວຽນຢາບກວດວິທີການບຸກໂຈມຕີເຮືອບິນ B52 ຂອງອາເມລິກາບຸກໂຈມຕີທາງອາການໃສ່ຮ່າໂນ້ຍເມື່ອປີ 1972 ຢູ່ກອງບັນຊາການເຫຼົ່າທັບ ປ້ອງກັນອາກາດ-ກອງທັບອາກາດຫວຽດນາມ.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 17
ໃນການລົງກວດກາຢູ່ເຂດທະເລ ກ໋ວາງນິງພາຍລັງບັ້ນຮົບທຳລາຍລະເບີດລອຍ 1973, ພົນເອກຫວໍງວຽນຢາບໄດ້ຢືນຢັນວ່າ: “ຕັດສິນໃຈປົກປັກຮັກສາເຂດນ່ານທະເລ, ໝູ່ເກາະຂອງປະເທດຊາດຢ່າງເດັດຂາດ”.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 18
ພົນເອກຫວໍງວຽນຢາບ ຄົ້ນຄ້ວາແຜນທີ່ເສັ້ນທາງລຳລຽງຂົນສົ່ງຍຸດທະສາດຂອງທະຫານເຈື່ອງເຊີນບົນເສັ້ນທາງໄປຢ້ຽມຢາມກອງກຳລັງ 559 ເມື່ອເດືອນມີນາປີ 1973.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 19
ພົນເອກຫວໍງວຽນຢາບ, ເລຂາຄະນະພັກການທະຫານສູນກາງໄດ້ອອກໂທລະເລກລັບເລກທີ 1974 ເມື່ອວັນທີ 7 ເມສາປີ 1975.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 20
ພົນເອກຫວໍງວຽນຢາບກ່າວຄຳເຫັນທີ່ກອງປະຊຸມເມື່ອວັນທີ 14 ເມສາປີ 1975 ຢູ່ເຮືອນ D67. ກົມການເມືອງໄດ້ຕົກລົງ ຕັ້ງຊື່ບັ້ນຮົບໄຊງ່ອນ - ຢາດິ້ງແມ່ນບັ້ນຮົບໂຮ່ຈີມິນ
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 21
ຄະນະພັກການທະຫານສູນກາງພວມຕິດຕາມການຜັນແປຂອງບັ້ນຮົບໂຮ່ຈີມິນ 1975.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 22
ພົນເອກຫວໍງວຽນຢາບຖ່າຍຮູບເປັນທີ່ລະນຶກ ພ້ອມກັບພະນັກງານຫຼັກແຫຼ່ງຢູ່ຕໍ່ໜ້າອາຄານຄະນະພັກການທະຫານສູນກາງເມື່ອວັນທີ 30 ເມສາ 1975.
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 23
ພົນເອກຫວໍງວຽນຢາບໄດ້ເລືອກເອົາຫວຸງ້ຈົ່ວ - ເກາະອຽນເປັນສະຖານທີ່ຝັງສົບເມື່ອໄປສູ່ສຸຂະຕິພົບ. ນີ້ແມ່ນຢູ່ ຕີນສາຍພູຮ່ວາງເຊີນຂຶ້ນກັບບ້ານເທາະເຊີນເມືອງກ໋ວາງແຈກແຂວງ ກ໋ວາງບິ່ງ. (ພາບ: baophapluat.vn)
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 24
ສຸສານທ່ານ ພົນເອກຫວໍງວຽນຢາບມີຄວາມລຽບງ່າຍໃນວັນບຸນເຕັດ (ພາບ:  vietnamnet.vn)
ພົນເອກຫວໍງວຽນຢາບ ແລະ ບັນດາຂີດໝາຍປະຫວັດສາດ - ảnh 25
ບັນຍາກາດສະຫງົບງຽບແລະປອດໂປ່ງໂດຍສັງເກດຈາກທາດຈົ່ວ. (ພາບ: tptravel.com.vn)

ຕອບກັບ

ຂ່າວ/ບົດ​ອື່ນ