ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ.

(VOVWORLD) - ໂດຍຖືກທ່າສີບົວທີ່ປະທັບໃຈ, ໂບດ  Domaine de Marie ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດ ໂອກາດແວ່ຢ້ຽມຊົມຂອງແຂກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນດ່າລາດ.

ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 1ໂບດຖືກກໍ່ສ້າງໃນໃນເນື້ອທີ່ດິນ 12 ແຮກຕາ ຫ່າງຈາກໃຈກາງນະຄອນດ່າລາດ ປະມານ 1 ກີໂລແມັດ, ໄປທາງທິດຕາເວັນຕົກສ່ຽງໃຕ້, ໂບດແຫ່ງນີ້ຖືກເລີ່ມລົງມືກໍ່ສ້າງແຕ່ປີ 1940 ແລະ ມາຮອດ 1944 ກິດຈະກຳໄດ້ກໍ່ສ້າງສຳເລັດ
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 2ກິດຈະກຳສະຖາບັດຕະຍາກຳນີ້ຖືກກໍ່ສ້າງ ຕາມແບບເອີລົບເຊິ່ງປະສານສົມທົບກັບສະຖາບັດຕະຍາກຳຂອງເຂດໄຕງວຽນ.
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 3ຢູ່ເຄິ່ງກາງດ້ານໜ້າບ່ອນໃກ້ກັບຍອດຫຼັງຄາ ກໍ່ມີບ່ອນຢ້ຽມຮູບດອກບົວວົງມົນ ເຊິ່ງແມ່ນລາຍລະອຽດເຄີຍປະກົດຢູ່ໂບດຕ່າງໆຂອງຝລັ່ງໃນທ້າຍສະຕະວັດ 17
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 4ໂບດ Domaine de Marie ຍັງມີຊື່ເອີ້ນວ່າ ໂບດມາຍແອັງ ຍ້ອນກິດຈະກຳຖືກບຸກສ້າງບົນໂນນໜ່ວຍ ໜຶ່ງທີ່ເຕັມໄປດ້ວຍດອກເໝີຍ - ສະກຸຣະ.
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 5 ຫຼັງຄາຂອງໂບດຖືກເຮັດຕາມແບບຫຼັງຄາຂອງ ສາລາ ບ້ານເຂດໄຕງວຽນຖືກມຸ້ງດ້ວຍ ດິນຂໍສີແດງ. ໂບດ  Domaine de Marie ບໍ່ມີທາດລະຄັງຄືດັ່ງໂບດຕ່າງໆ.
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 6 ສິ່ງທີ່ເປັນເອກະລັກອື່ນໆອີກຂອງໂບດແມ່ນ ມີຮູບປັ້ນພະແມ່ຢືນເທິງໜ່ວຍໂລກຖືກປັ້ນຕາມຕົວແບບແມ່ຍິງຫວຽດນາມ ໂດຍສະຖາປະນິກຊາວ ຝລັ່ງອອກແບບ. ຮູບປັ້ນມີລວງສູງ 3 ແມັດ, ມີນ້ຳໜັກ 1 ໂຕນ, ຖືກບັ້ນສຳເລັດໃນປີ 1943.
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 7ໃນບໍລິເວນທີ່ກ້ວາງໃຫຍ່ຖືກອ້ອມຮອບໄປດ້ວຍບັນດາແຖວຕົ້ນແປກ, ໂບດ Domaine de Marie ຖືກອອກແບບຕາມກຸ່ມສະຖາບັດຕະຍາກຳ ທີ່ມີອາຄານເຊື່ອມຕໍ່ກັນ
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 8ນີ້ບໍ່ພຽງແຕ່ແມ່ນບ່ອນດຳເນີນຊີວິດທາງສາສະໜາເທົ່ານັ້ນ ຫາກຍັງແມ່ນ ສະຖານທີທ່ອງທ່ຽວທີ່ລືຊື່ ອີກດ້ວຍ. ຈາກນີ້ແຂກທ່ອງທ່ຽວ ຈະສາມາດມຸ່ງສາຍຕາໄປທາງໄກເພື່ອຢ້ຽມຊົມນະຄອນໃນທ່າມກາງນ້ຳໝອກກົ້ວ
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 9ນັບແຕ່ມື້ກໍ່ສ້າງສຳເລັດມາຮອດປັດຈຸບັນ ໂບດແຫ່ງນີ້ພຽງແຕ່ທາສີບົວເຂັ້ມ ໃຕ້ແສງແດດຈາກດວງຕາເວັນ ກິດຈະກຳນີ້ ຍິ່ງສ່ວຍງາມດ້ວຍສີບົວໃນທ່າມກາງຕົ້ນໄມ້ໃບຫຍ້າຂຽວອຸ່ມທຸມ.
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 10 ສີບົນທີ່ເປັນເອກະລັກ ໄດ້ເຮັດໃຫ້ໂບດ Domaine de Marie  ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ນະຄອນດ່າລາດອັນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 11ການປະດັບປະດາໃນໂອກາດວັນບຸນເຄຼິດສະມາດຖືກສ້າງຂຶ້ນຢູ່ຂ້າງໂບດ. ໃນບໍລິເວນກໍ່ມີຕົ້ນໄມ້ຂຽວອຸມທຸມສ້າງທັດສະນີຍະພາບທີ່ສວຍງາມ ແລະ ອາກາດປອດໂປ່ງໃຫ້ແກ່ປະຊາຊົນແລະແຂກທ່ອງທ່ຽວ.
ຢ້ຽມຊົມໂບດສີບົວທີ່ງົດງາມຢູ່ນະຄອນດ່າລາດ. - ảnh 12ໂບດແຫ່ງນີ້ຍັງມີຊື່ສຽງດ້ວຍບັນດາການເຄື່ອນໄຫວເບິ່ງແຍງ ດູແລເດັກກຳພາ, ປັດຈຸບັນ ບັນດາວຽກງານສັງຄົມຄືເບິ່ງແຍງດູແລເດັກພິການ, ຊ່ວຍເຫຼືອເດັກກຳພາ, ປິ່ນປົວພະຍາດໃຫ້ແກ່ຜູ້ທຸກຍາກ, ຍັງ ຖືກດຳເນີນຢ່າງເປັນປະຈຳຢູ່ໂບດແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ