ອຽນຕືຍາມລະດູໃບໄມ້ຫຼົ່ນ

(VOVWORLD) -ຍາມຕົ້ນລະດູບານໃໝ່ ອຽນຕື ດຶງດູດປະຊາຊົນ, ພຸດທະສາສະນິກກະຊົນ ແລະ ແຂກທ່ອງທ່ຽວນັບໝື່ນຄົນມານະມັດສະການ ແລະ ທ່ຽວຊົມ, ແຕ່ມີບໍ່ເທົ່າໃດຄົນຮູ້ວ່າ ທິວທັດທຳມະຊາດໃນຍາມລະດູໃບໄມ້ຫຼົ່ນ ຢູ່ອຽນຕື ມີບັນດາຄວາມງາມສະເພາະຂອງຕົນ.

ອຽນຕືແມ່ນໜຶ່ງໃນ 5 ເຂດປູຊະນີຍະຊະຖານລະດັບຊາດພິເສດ ໃນບໍລິເວນແຂວງກ໋ວາງນິງ. ນີ້ແມ່ນສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານທີ່ມີຊື່ສຽງ ຕິດພັນກັບພາລະກິດການບວດ ແລະ ກາຍເປັນພະພຸດຂອງ ເຈົ້າຊີວິດ ເຈິ່ນເຍິນໂຕງ (1258 - 1308)

ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 1
ຢູ່ຕິນພູ ອຽນຕື, ສູນວັດທະນະທຳ ຈຸກເລິມ ອຽນຕື ແມ່ນ ບັນດາໂຄງການທີ່ມີສະຖາປັດຕະຍາກຳສະໄໝເຈົ້າຊີວິດ ເຈິ່ນ, ສະຕະວັດທີ XII ເຂັ້ມຂຸ້ນໄປດ້ວຍ ສີສັນ “ວິນຍາມຫວຽດນາມ, ລັກສະນະ ສະໄໝເຈົ້າຊີວິດ ເຈິ່ນ ແລະ ຈິດໃຈ ວັດຈຸກເລິມ” ໂດຍໄດ້ສ້າງຕັ້ງແຕ່ປີ 2018.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 2
ທາດ ຮວຽນກວາງ ໂດຍແມ່ນຫົວໃຈຂອງ ອຽນຕື.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 3
ທາດ ເຫ້ວກ໋ວາງກິມ ແມ່ນບ່ອນບູຊາພະພຸດເຈົ້າຊີວິດ ເຈິ່ນເຍິນຕົງ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 4
ຢູ່ອ້ອມແອ້ມ ທາດ ເຫ້ວກ໋ວາງກິມ ກໍ່ມີທາດນ້ອຍນັບຮ້ອຍທາດ ໂດຍເປັນບ່ອນເກັບຮັກສາ ອັດຖິຂອງ ບັນດາພະມະຫາອາຈານ ທີ່ບວດຢູ່ ອຽນຕື ໃນບັນດາສະໄໝເຈົ້າຊີວິດ ລີ໊, ເຈິ່ນ, ເລ ແລະ ຫງວຽນ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 5
ມາຢາມອຽນຕືໃນຍາມລະດູບານໃໝ່, ແຂກທ່ອງທ່ຽວຈະໄດ້ຮັບຊົມດອກເໝີຍພວມເບັ່ງບານດ້ວຍສີໃນທ່າມກາງບັນຍາການຄຶກຄື້ນມວນຊື່ນຕ້ອນຮັບງານບຸນລະດູບານໃໝ່ທີ່ແກ່ຍາວເປັນເວລາ 3 ເດືອນ
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 6
ແຖວຕົ້ນໄມ້ໃຫຍ່ທີ່ມີອາຍຸ 700 ປີ ຢູ່ຕໍ່ໜ້າວັດ ຮວາອຽນ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 7
ເຂົ້າໄປໃນປ່າຊອດ, ປ່າສົນທີ່ມີອາຍຸຫຼາຍຮ້ອຍປີ, ແຂກທ່ອງທ່ຽວຈະໄດ້ຍິນສຽງນົກຮ້ອງທີ່ເປັນໜ້າມວນຫູ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 8
ວັດເວິນຕຽນແມ່ນວັດໜຶ່ງນອນໃນລະບົບວັດອຽນຕື.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 9
ເມື່ອ ຫວຽດນາມຄວບຄຸມໄດ້ໂລກລະບາດໂຄວິດ - 19 ຢູ່ພາຍໃນປະເທດ, ແຂກທ່ອງທ່ຽວຫຼາຍຄົນໄດ້ເລືອກເອົາການເດີນທາງຮອດອຽນຕືເພື່ອບູຊາພະພຸດ ແລະ ທ່ຽວຊົມຄວາມງາມເປັນເອກະລັກຂອງອຽນຕືໃນລະດູໃບໄມ້ຫຼົ່ນ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 10
ຜ່ານ 700ປີແຫ່ງການຜັນປ່ຽນຂອງປະຫວັດສາດ, ແນວຄິດ ສາສະໜາຕິດພັນກັບຊີວິດຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ ຍັງ ຍືນຍົງຄົງຕົວຕະຫຼອດໃນປະຫວັດຊາດຂອງຊາດ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 11
ທາດສູງຢູ່ສະຖານກະເຊົ້າລອຍຟ້າ ອຽນຕື.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 12
ອ້າຍໂດວັນດ່ອງ ແຂກທ່ອງທ່ຽວແຂວງລອງອາຍຮູ້ສຶກວ່າ: ອຽນຕືມີຄວາມງາມນັບທັງ 4 ລະດູ ແຕ່ລະດູໃບໄມ້ຫຼົ່ນທັງອົບອຸ່ນ, ທັງເຢັນສະບາຍ, ປອດໂປງທີ່ສຸດ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 13
ໃນລະດູໃບໄມ້ຫຼົ່ນແຂກທ່ອງທ່ຽວຈະໄດ້ຮັບຊົມທິວທັດທຳມາຊາດທີ່ໃຫຍ່ໂຕມະໂຫຖານ ແລະ ໄດ້ສູບເອົາ ອາກາດປອດໂປງ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 14
ຮູບພາບດວງຕາເວັນຕົກຢູ່ຈອມພູ
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 15
ວັດດົ່ງ
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 16
ບັນດາຮູບພາບທີ່ເປັນໜ້າຈົດຈຳໃນເວລາດວງຕາເວັນຕົກຢູ່ຈອມພູວັດດົ່ງ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 17
ພິທີໄຂງານບຸນ “ອຽນຕື - ດິນແດນພະພຸດຍາມລະດູໃບໄມ້ຫຼົ່ນ 2020”. ໂດຍແມ່ນເຫດການທີ່ໄດ້ດຳເນີນໃນລະຫວ່າງ ວັນທີ 11 ພະຈິກ ຫາ 16 ທັນວາ ແລະ ກາຍເປັນການເຄື່ອນໄຫວປະຈຳປີ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 18
ມີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່ຢູ່ຕິນພູອຽນຕືຕິດພັນກັບເຂດບູຮານ.
ອຽນຕືຍາມລະດູໃບໄມ້ຫຼົ່ນ - ảnh 19
ເຂດບູຮານເມື່ອກ່ອນນີ້ໄດ້ຖືກວາດພາບຢ່າງຈະແຈ້ງຢູ່ຕິນພູອຽນຕື.

ຕອບກັບ

ຂ່າວ/ບົດ​ອື່ນ