ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ

(VOVWORLD) -

ຄວາມງາມໃນການອອກແຮງງານພ້ອມກັບຄຸນທາດອັນດີງາມ, ມານະອົດທົນ ຜ່ານຜ່າຄວາມຫຍຸ້ງຍາກຂອງແມ່ຍິງຫວຽດນາມ ຊຶ່ງແມ່ນບັນດາຜູ້ພວມປະກອບເຫື່ອແຮງເພື່ອຮັກສາຫມູ່ບ້ານອາຊີບຢູ່ບ້ານເກີດເມືອງນອນ, ໄດ້ຮັບການສະແດງຢ່າງມີຊີວິດຊີວາ, ສັດຊື່ຜ່ານກ້ອງຖ່າຍຂອງນັກຖ່າຍຮູບ ເລບິກ. ທ່ານໄດ້ສະຫງວນເວລາ 12 ປີ ໄປສຳຫຼວດຕົວຈິງເພື່ອຖ່າຍເອົາຮູບກ່ຽວກັບຫົວເລື່ອງ ຄວາມງາມ ແມ່ຍິງຫວຽດນາມໃນການອອກແຮງງານ.

ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 1
ແມ່ຍິງຢູ່ໝູ່ບ້ານອາຊີບແກະຄວັດສະຫຼັກ ບາວຮ່າ(ຕາແສງ ດົງມິນ, ເມືອງ ວິ້ງບາວ, ນະຄອນຫາຍເຢືອງ)
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 2
ໝູ່ບ້ານອາຊີບເຮັດທູບ ກາວທົນ (ຕາແສງບາວເຄ, ນະຄອນ,ແຂວງ ຮຶງອຽນ) ມີຊື່ສຽງ ແລະ ມາແຕ່ດົນນານ ບໍ່ພຽງແຕ່ຢູ່ແຂວງຮຶງອຽນເທົ່ານັ້ນ, ຫາກຍັງທົ່ວປະເທດອີກດ້ວຍ. ປະຈຸບັນ, ທູບຂອງໝູ່ບ້ານໄດ້ຖືກສົ່ງຂາຍໃຫ້ບັນດາປະເທດອາຊີ
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 3
ໝູ່ບ້ານຢາບເຍິດໃນແຂວງນາມດິງ ແມ່ນແຫ່ງດຽວຢູ່ພາກເໜືອເທົ່ານັ້ນ ທີ່ຍັງເຮັດແພຄຽນຫົວ. ກ່ອນນີ້, ແພຄຽນຫົວ, ເສື້ອຍາວກໍໄດ້ຖືກນຸ່ງໃນໂອກາດງານບຸນຕ່າງໆຂອງຊາວຫວຽດນາມ. ຄອບຄົວອ້າຍ ລິງ ແລະ ເອື້ອຍ ງິນ ສາມາດເຮັດແພຄຽນຫົວແຕ່ 70 ຫາ 80 ຜືນຕໍ່ມື້
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 4
ປະຈຸບັນ, ໃນແຂວງນາມດິງ, ຍັງຄົງຮັກສາອາຊີບສາວໄໝຕ່ຳຜ້າ, ສະເພາະໝູ່ບ້ານ ໂກເຈິດ ຍັງຄົງຮັກສາອາຊີບສາວໄໝຫັດຖະກຳ ແລະ ຍາມໃດກໍມີຄວາມປະເອີບໃຈຕໍ່ການພັດທະນາຂອງອາຊີບ.
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 5
ແພຄຽນຫົວ ເຖິງວ່າ ຕ້ອງເຮັດວຽກຢູ່ກາງແດດຮ້ອນເຖິງ 40 ອົງສາກໍຕາມ, ແຕ່ຊາວບ້ານ ຊວນຮ່າໃນແຂວງນາມດິງ ຍັງຄົງດຸໝັ້ນເຮັດເກືອເພື່ອຫາເງິນລ້ຽງຊີບ ມື້ລະແສນດົງ.
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 6
ຂົນແພງກະພຸນຈາກເຮືອໄປຍັງສູນປຸງແຕ່ງຢູ່ແຄມຝັ່ງທະເລ ເຊືອງດຽນ( ຕາແສງ ຫາຍຫຼີ, ເມືອງຫາຍເຫົ້າ, ແຂວງນາມດິງ)
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 7
ນັບແຕ່ສະຕະວັດທີ 21, ໝູ່ບ້ານເຮັດວີ ຈາງເຊີນ(ເມືອງແທກເທິດ, ຮ່າໂນ້ຍໄດ້ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ. ວີມີຫຼາຍຊະນິດດ້ວຍລາຄາທີ່ແຕກຕ່າງກັນ. ຕາມບັນດາຂັ້ນຕອນຜະລິດ, ຜູ້ໃຫຍ່, ເດັກນ້ອຍຕ່າງກໍສາມາດເຂົ້າຮ່ວມເຮັດໄດ້.
ຮັບຊົມຄວາມງາມໃນການອອກແຮງງານຂອງແມ່ຍິງຫວຽດນາມ - ảnh 8
ກຳມະກອນຍິງ ເຮັດອະນາໄມສິ່ງແວດລ້ອມຢູ່ຮ່າໂນ້ຍ ພາຍຫຼັງອອກແຮງງານເປັນເວລາຄືນໜຶ່ງເພື່ອທຳຄວາມສະອາດຢູ່ຕາມຖະໜົນຫົນທາງ

ຕອບກັບ

ຂ່າວ/ບົດ​ອື່ນ