ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024

(VOVWORLD) - ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງ ອາເມລິກາ Travel+Leisure, ຫວ່າງແລ້ວນີ້ຫາກໍ່ສະເໜີ ເທື່ອທຽນເຫວ້ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດແແວ່ຢາມ ເມື່ອມາອາຊີ ໃນປີ 2024

ບັນດານັກຊ່ຽວຊານ Travel+Leisure ໄດ້ໃຫ້ຂໍ້ສັງເກດວ່າ ເທື່ອທຽນເຫວ້ ແມ່ນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດເພື່ອລະຫຼິ້ນບັນເທິງ, ຄົ້ນຫາກ່ຽວກັບອະດີດຕະການ ເມື່ອມາທ່ຽວຫວຽດນາມ. ຈົ່ງພ້ອມກັບ VOV5 ຮັບຊົມຄວາມງາມແບບເກົ່າແກ່ ແລະ ສະຫງົບງຽບຂອງເຫ້ວ ຜ່ານບັນດາພາບຖ່າຍຂອງນັກຖ່າຍຮູບ ເລຮູຍຮ່ວາງຫາຍ:

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 1

ເຫວ້ ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວເພື່ອລະຫຼິ້ນບັນເທິງ ເມື່ອມາທ່ຽວ ຫວຽດນາມ, ດ້ວຍເວລາທີ່ດີທີ່ສຸດແມ່ນແຕ່ເດືອນມັງກອນ ຫາ ເດືອນເມສາ.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 2

ຂົວເຈື່ອງຕຽນ ຕັ້ງຂ້າມແມ່ນ້ຳເຮືອງ.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 3

ບັນດານັກຊ່ຽວຊານດ້ານທ່ອງທ່ຽວໄດ້ນຳສະເໜີໃຫ້ແຂກທ່ອງທ່ຽວ ຄວນແວ່ຢາມພາລະຊາວັງເຫວ້, ຄົ້ນຫາສຸສານຂອງເຈົ້າຊີວິດໃນລາດຊະວົງຫງວຽນ ແລະ ວັດວາອາຮາມທີ່ເກົ່າແກ່.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 4

ເງາະໂມນ ແມ່ນປະຕູໃຫຍ່ທີ່ສຸດໃນຈຳນວນ 4 ປະຕູໂຂງຂອງພາລະຊາວັງເຫວ້. ພາລະຊາວັງເຫວ້ແມ່ນໜຶ່ງໃນຈຳນວນບັນດາຮ່ອງຮອຍຂຶ້ນກັບເຂດຮ່ອງຮອຍເມືອງຫຼວງເກົ່າເຫວ້ ໂດຍອົງການວັດທະນະທຳວິທະຍາສາດ ແລະ ການສຶກສາ ສປຊ ຮັບຮອງເອົາແມ່ນມໍລະດົກວັດທະນະທຳໂລກ.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 5

ປະຕູຮຽນເຍິນ ຢູ່ທາງທິດຕາເວັນອອກຂອງພາລະຊາວັງເຫວ້.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 6

ໂດຍແມ່ນໜຶ່ງໃນຈຳນວນ 7 ສຸສານໄດ້ຮັບການກໍ່ສ້າງໃນສະໄໝລາດຊະວົງຫງວຽນ, ສຸສານມິງມາງແມ່ນສະຖານທີ່ດຶງດູດໃຈແຂກທທ່ອງທ່ຽວມາແວ່ຢາມໃນການທ່ອງທ່ຽວເຫວ້.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 7

ສຸສານມິງມາງ ໄດ້ສ້າງຄວາມປະທັບໃຈຕໍ່ສະຖາປັດຕະຍາກຳແບບເກົ່າແກ່, ເຂັ້ມຂຸ້ນໄປດ້ວຍສີສັນ  ທິດສະດີຂົງຈື້

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 8

ສຸສານ ຂາຍດິງ, ສຸສານແຫ່ງສຸດທ້າຍຂອງລາດຊະວົງ ຫງວຽນ, ເຊິ່ງແມ່ນສະຖານທີ່ເກັບຮັກສາຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ, ສິລະປະ ສົມທົບກັບການເຊື່ອມໂຍງຂອງສະຖາປັດຕະຍາກຳ ອາຊີ, ເອີລົບ, ຫວຽດນາມ ແບບເກົ່າແກ່ ແລະ ທັນສະໄໝ.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 9

ສຸສານ ຂາຍດິ້ງ ແມ່ນລະດັບສູງສຸດຂອງ ສິລະປະປະຕິມາກຳເຄື່ອງປັ້ນດິນເຜົ່າ ແລະ ແກ້ວ ເຊິ່ງໄດ້ຮັບການອອກແບບຢ່າງພິຖີຖິຖັນ, ລະອຽດອ່ອນ ແລະ ສະຫງ່າງາມ.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 10

ສັງວຽນ ໂຮກວຽນ ເຊິ່ງແມ່ນສະຖານທີ່ດຳເນີນການຕີລະຫວ່ງາ ຊ້າງ ແລະ ເສືອໃນສະໄໝລາດຊະວົງ ຫງວຽນ ກໍ່ຄືແມ່ນໜຶ່ງໃນບັນດາຮ່ອງຮອຍທີ່ເປັນເອກະລັກສະເພາະຢູ່ເມືອງຫຼວງເກ່ົາ.

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 11

ວັດທຽນມູ (ຫຼື ຍັງໄດ້ເອີ້ນວ່າ ລິງມູ) ແມ່ນໜຶ່ງໃນບັນດາວັດເກົ່າແກ່ທີ່ສຸດຢູ່ເຫວ້ ຕັ້ງຢູ່ແຄມແມ່ນ້ຳເຮືອງ

ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 12
ເທື່ອທຽນເຫວ້ ລອດເຂົ້າໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວຢູ່ ອາຊີ ທີ່ຄວນແວ່ຍາມໃນປີ 2024 - ảnh 13

ລ່ອງເຮືອຊົມວິວຢູ່ແມ່ນ້ຳເຮືອງ, ຟັງບົດເພງກ່ຽວກັບເຫວ້ ລຽບຕາມຟາກແຄມແມ່ນ້ຳແມ່ນການລົງພຶດຕິກຳຕິວຈິງທີ່ເປັນໜ້າຈັບອົກຈັບໃຈເມື່ອມາເທ່ືອທຽນເຫວ້.


ຕອບກັບ

ຂ່າວ/ບົດ​ອື່ນ