ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ

 

ຕອນບ່າຍວັນທີ 05 ສິງຫາ, ກຸ່ມບໍລິສັດ Sun Group ໄດ້ຈັດພິທີມອບໂຮງໝໍກາງສະໜາມຢູ່ຫໍກິລາ ຕຽນເຊີນ, ດ່ານັ້ງ ໃຫ້ຄະນະກຳມະການປະຊາຊົນນະຄອນດ່ານັັ້ງ ຢ່າງເປັນທາງການ ເພື່ອນຳໃຊ້ເຂົ້າການຕ້ອນຮັບຄົນເຈັບ.

 

ພາຍຫຼັງປະຕິບັດການຕິດຕັ້ງຢ່າງຮີບດ່ວນ, ໂຮງໝໍກາງສະໜາມໄດ້ສ້າງສຳເລັດລື່ນກາຍແຜນການຄາດຄະເນ 2 ມື້ເຄິ່ງເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ.

ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 1
ໂຮງໝໍກາງສະໜາມມີຕຽງນອນ 284 ຕຽງ. ໃນກໍລະນີເກີດການລະບາດແຮງ, ໂຮງໝໍຈະເພີ່ມຫ້ອງ, ຕຽງນອນຂຶ້ນເຖິງ 700 – 1.000 ຕຽງ.
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 2
ນີ້ໄດ້ຮັບຖືວ່າແມ່ນໂຮງໝໍກາງສະໜາມແຫ່ງທຳອິດຂອງຫວຽດນາມ ໄດ້ຮັບການສ້າງຂຶ້ນດ້ວຍຮູບແບບຕິດຕັ້ງອຸປະກອນ ບັນລຸມາດຕະຖານຂອງກະຊວງກໍ່ສ້າງ ແລະ ກະຊວງສາທາລະນະສຸກສຳລັບໂຮງໝໍກາງສະໜາມ.
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 3
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 4
ແຕ່ລະຫ້ອງໄດ້ປະກອບຕຽງນອນ, ພັດລົມ, ດອກໄຟ ຮັບໃຊ້ການກວດ ແລະ ປິ່ນປົວພະຍາດ, ພິເສດແມ່ນມີປຸ່ມກົດສຸກເສີນ
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 5
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 6
ຂົງເຂດຂອງຄົນເຈັບກໍ່ໄດ້ຕິດຕັ້ງ ກ້ອງວົງຈອນປິດ, ຕິດຕັ້ງອຸປະກອນປ້ອງກັນໄຟໄໝ້, ມີທາງອອກ, ມີ wifi ໂດຍບໍ່ເສຍຄ່າ.
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 7
ໂຮງໝໍກາງສະໜາມ ຕຽນເຊີນ, ດ່ານັ້ງ - ảnh 8

ແບ່ງປັນກ່ຽວກັບການຕົກລົງອຸປະຖຳ ແລະ ຊ່ວຍທາງນະຄອນຈັດສ້າງ, ຕິດຕັ້ງໂຮງໝໍກາງສະໜາງຢູ່ຫໍກິລາ ຕຽນເຊີນ, ດ່ານັ້ງ, ທ່ານ ເຢືອງເທ໊ບັ່ງ, ຜູ້້ອຳນວຍການໃຫຍ່ບໍລິສັດ Sun Group ເຂດພາກກາງໃຫ້ຮູ້ວ່າ: “ສຳລັບ Sun Group ແລ້ວ, ດ່ານັ້ງ ຄືດັ່ງບ້ານເກີດເມືອງນອນແຫ່ງທີ່ 2 ຂອງພວກຂ້າພະເຈົ້າ. ເລື່ອງຮັບໜ້າທີ່ສ້າງຕັ້ງໂຮງໝໍແຫ່ງນີ້ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ແມ່ນເພື່ອແນໃສ່ເພີ່ມກຳລັງໜູນໃຫ້ ດ່ານັ້ງ ມີກຳລັງແຮງຢ່າງພຽງພໍ ແລະ ມີຄວາມເຊື່ອໃຈຕໍ່ການຜ່ານຜ່າໂລກລະບາດ”.

ຕອບກັບ

ຂ່າວ/ບົດ​ອື່ນ