ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022

(VOVWORLD) -ງານມະໂຫລານກະຈາຍສຽງທົ່ວປະເທດ ແມ່ນວັນບຸນໃຫຍ່ຂອງບັນດາຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດ
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 1
ຕອນຄ່ຳວັນທີ 04 ສິງຫາ, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022, ດ້ວຍຫົວຂໍ້ “ຫັນປ່ຽນຢ່າງມີໄຫວພິບ - ປັບຕົວໃຫ້ເໜືອກວ່າ”, ດຳເນີນຢູ່ໂຮງລະຄອນ ນະຄອນ ໂຮ່ຈີມິນ. ນີ້ແມ່ນເຫດການສຳຄັນ, ແມ່ນວັນບຸນໃຫຍ່ຂອງບັນດາຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດ.
(ພາບ: VTCNews)
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 2
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 3ທ່ານກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 4ທ່ານອະດີດຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 5ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັຍ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ແຂກຖືກເຊີນ... ເຂົ້າຮ່ວມພິທີໄຂ
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 6
ກ່າວຄຳເຫັນຊົມເຊີຍທີ່ພິທີໄຂ, ທ່ານ ຟານວັນມາຍ, ກຳມະການສູນກາງພັກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ: “ງານມະໂຫລານກະຈາຍສຽງຄັ້ງນີ້ ບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານວິຊາສະເພາະສຳຄັນ, ມີອິດທິພົນຊື່ສຽງເທົ່ານັ້ນ, ຫາກນີ້ຍັງແມ່ນການພົບປະແຫ່ງສາຍຈິດມິດໃຈ, ແມ່ນອະລົມຈິດຂອງຜູ້ເຮັດວຽກງານສື່ມວນຊົນກະຈາຍສຽງທີ່ສະຫງວນໃຫ້ແກ່ນະຄອນ ໂຮ່ຈີມິນ ອີກດ້ວຍ”.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 7
ທ່ານ ຫງວຽນຈ້ອງເງັຍ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ອວຍພອນບັນດາຜູ້ຂຽນ, ກຸ່ມຜູ້ຂຽນຂອງ 203 ຜົນງານດີເດັ່ນທີ່ໄດ້ເຂົ້າຮອບຊິງຊະນະເລີດ ແລະ ເນັ້ນໜັກວ່າ ຂະແໜງກະຈາຍສຽງ ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ປະດິດຄິດສ້າງເພື່ອຮັບມືກັບວິທີເຮັດຂ່າວໃນໄລຍະໃໝ່.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 8
ທ່ານ ໂດ້ຕຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ຕີກອງໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 9
ງານມະໂຫຫາກຳກະຈາຍສຽງທົ່ວປະເທດແມ່ນການເຄື່ອນໄຫວດ້ານວິຊາການຂອງຂະແໜງກະຈາຍສຽງ ຫວຽດນາມ, ໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ, ເພື່ອພົບເຫັນ, ເຊີດຊູບັນດາຜູ້ຂຽນ, ບົດປະພັນດີເດັ່ນຂອງຜູ້ເຮັດວຽກງານສື່ມວນຊົນ, ກະຈາຍສຽງໃນທົ່ວປະເທດ.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 10
ຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດ ເຊີດຊູຄະນະກຳມະການ, ບັນດານັກຂ່າວຜູ້ມີອິດທິພົນຊື່ສຽງ, ມີລະດັບວິຊາການ, ວິຊາສະເພາະທີ່ດີເດັ່ນ, ບັນດາຜູ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງງານມະໂຫຫາກຳກະຈາຍສຽງ.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 11
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 12
ບັນດາລາຍການສະແດງສະແດງສິລະປະທີ່ພິທີໄຂ.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ảnh 13
ບັນດາຜູ້ແທນຖ່າຍຮູບລະນຶກທີ່ງານມະໂຫລານ. ຄາດວ່າ, ງານມະໂຫລານກະຈາຍສຽງທົ່ວປະເທດຈະມອບບັນດາລາງວັນໃນພິທີອັດ, ເຊິ່ງຈະຈັດຂຶ້ນໃນເວລາ 20 ໂມງຂອງວັນທີ 06 ສິງຫາ 2022 ຢູ່ໂຮງລະຄອນ ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ