10 ຂໍ້​ລິ​ເລີ່ມ​ທີ່ໄດ້​ຮັບ​ລາງວັນ​ຢູ່​ການ​ແຂ່​ງ​ຂັນຂໍ້​ລິ​ເລີ່ມ​ຊາວ​ໜຸ່ມ ກ່ຽວ​ກັບ​ພະ​ລັງ​ງານ​ແບບ​ຍືນ​ຍົງ

(VOVWORLD) - ທ່ານນາງ Franziska Schmidtke, ໃຫ້ຮູ້ວ່າ: ການແຂ່ງຂັນແມ່ນພື້ນຖານສຳຄັນເພື່ອໃຫ້ຊາວໜຸ່ມ ຫວຽດນາມ ກາຍເປັນບັນດາທູດດ້ານດີນຟ້າອາກາດ, ສະໜັບສະໜູນການຜະລິດສີຂຽວ, ສະອາດ ແລະ ນຳໃຊ້ພະລັງງານແບບຍືນຍົງ.
10 ຂໍ້​ລິ​ເລີ່ມ​ທີ່ໄດ້​ຮັບ​ລາງວັນ​ຢູ່​ການ​ແຂ່​ງ​ຂັນຂໍ້​ລິ​ເລີ່ມ​ຊາວ​ໜຸ່ມ ກ່ຽວ​ກັບ​ພະ​ລັງ​ງານ​ແບບ​ຍືນ​ຍົງ - ảnh 1ການແຂ່ງຂັນຂໍ້ລິເລີ່ມຊາວໜຸ່ມ (ພາບ: TTXVN)

ວັນທີ 22 ມັງກອນ, ຢູ່ດ່ານັ້ງ, ສູນຄົ້ນຄ້ວາສ້າງກຳລັງຄວາມສາມາດໃນການປັບຕົວ (CAB) ໄດ້ສົມທົບກັບສູນການດຳລົງຊີວິດ ແລະ ຮ່ຳຮຽນເພື່ອສິ່ງແວດລ້ອມ ແລະ ປະຊາຄົມ (Live&Learn) ແລະ ສະຖາບັນ Friedrich-Ebert-Stiftung ຫວຽດນາມ (FES ຫວຽດນາມ), ຈັດຮອບຊີງຊະນະເລີດການແຂ່ງຂັນຂໍ້ລິເລີ່ມຊາວໜຸ່ມກ່ຽວກັບພະລັງງານແບບຍືນຍົງ. ປີນີ້, ການແຂ່ງຂັນໄດ້ຮັບ 87 ຂໍ້ສະເໜີ, ຂໍ້ລິເລີ່ມ ແລະ ຄະນະຈັດຕັ້ງໄດ້ເລືອກເອົາ 10 ຂໍ້ລິເລີ່ມດີເດັ່ນທີ່ສຸດ ເພື່ອມອບລາງວັນ (ລວມມີການໜູນຊ່ວຍກ່ຽວກັບການເງິນ ແລະ ວິຊາການ).

ທ່ານນາງ Franziska Schmidtke, ຜູ້ອຳນວຍການໂຄງການດິນຟ້າອາກາດ ແລະ ພະລັງງານ ອາຊີ (ສະຖາບັນ FES ປະຈຳ ຫວຽດນາມ), ໃຫ້ຮູ້ວ່າ: ການແຂ່ງຂັນແມ່ນພື້ນຖານສຳຄັນເພື່ອໃຫ້ຊາວໜຸ່ມ ຫວຽດນາມ ກາຍເປັນບັນດາທູດດ້ານດີນຟ້າອາກາດ, ສະໜັບສະໜູນການຜະລິດສີຂຽວ, ສະອາດ ແລະ ນຳໃຊ້ພະລັງງານແບບຍືນຍົງ. ຜູ້ເຂົ້າຮ່ວມການແຂ່ງຂັນ ໄດ້ມີບັນດາຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງທີ່ພິເສດ ນັບແຕ່ບັນດາຄຳນິຍາມໃນເບື້ອງຕົ້ນ ເພື່ອກາຍເປັນບັນດາຂໍ້ສະເໜີທີ່ໄດ້ຂຽນຢ່າງຈະແຈ້ງ, ກຽມພ້ອມເພື່ອສ້າງຄວາມແຕກຕ່າງຢ່າງແທ້ດຈິງໃນປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ