10 ປີແຫ່ງວັນປະຕິບັດບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020

(VOVWORLD) - ໝາກຜົນການປະຕິບັດມະຕິສູນກາງຄັ້ງທີ 5 ຊຸດທີ XI ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020 ບັນລຸໄດ້ຫຼາຍຜົນງານທີ່ສຳຄັນ.
10 ປີແຫ່ງວັນປະຕິບັດບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020 - ảnh 1ກອງປະຊຸມສຳມະນາຈັດຂຶ້ນຢູ່ຮ່າໂນ້ຍ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ສະພາທິດສະດີສູນກາງໄດ້ສົມທົບກັບທະນາຄານໂລກ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາວິທະຍາສາດ “ບາງບັນຫາທິດສະດີ - ພຶດຕິກຳຕົວຈິງຜ່ານ 10 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 5, ຊຸດທີ 11 ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 - 2022”.

        ພາຍຫຼັງ 10 ປີ, ໝາກຜົນການປະຕິບັດມະຕິສູນກາງຄັ້ງທີ 5 ຊຸດທີ XI ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020 ບັນລຸໄດ້ຫຼາຍຜົນງານທີ່ສຳຄັນ. ບັນດາເປົ້າໝາຍເກືອບທັງໝົດລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍຂອງມະຕິວາງອອກດ້ວຍຫຼາຍຈຸດເດັ່ນໃນຂົງເຂດສຳລັບນະໂຍບາຍຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີ, ຫລຸດຜ່ອນຄວາມອຶດຫິວທຸກຍາກ ແລະ ຮັບປະກັນຊີວິດສັງຄົມ. ທ່ານ ຫງວຽນວັນໂຮ່ຍ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢັ້ງຢືນວ່າ:

        “ຄາດໝາຍເກືອບທັງໝົດລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍເມື່ອທຽບໃສ່ຂໍ້ກຳນົດຂອງມະຕິ, ດ້ວຍຈຸດເດັ່ນໃນຂົງເຂດນະໂຍບາຍຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ, ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມ. ໃນຈຳນວນທັງໝົດ 26 ຄາດໝາຍ ມີ 5 ຄາດໝາຍລື່ນກາຍ ແລະ ສຳເລັດກ່ອນກຳນົດເວລາ. 16 ຄາດໝາຍບັນລຸຄາດໝາຍໃນປີ 2020. ຕົວເລກພັດທະນາມະນຸດ (HDI) ໃນປີ 2020 ມີການປັບປຸງໃນຕາຕະລາງຈັດອັນດັບຂອງ ສປຊ (ຈາກລະດັບ 128/187 ຂອງປີ 2011 ຂຶ້ນເປັນ 117 ໃນປີ 2020). ບັນດາຜົນງານພົ້ນເດັ່ນໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນ, ຢັ້ງຢືນລັກສະນະພົ້ນເດັ່ນຂອງລະບອບເຮົາພາຍໃຕ້ການນຳພາຂອງພັກ ແລະ ລັດ”.

ແຕ່ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສະພາບການພັດທະນາໃໝ່ຄື: ການພັດທະນາຢ່າງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ບັນດາຜົນກະທົບຈາກໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາສິ່ງທ້າທາຍຂອງສະພາບແວດລ້ອມສາກົນທີ່ແກ່ງແຍ້ງ… ໄດ້ວາງອອກສິ່ງທ້າທາຍບໍ່ໜ້ອຍໃຫ້ແກ່ ຫວຽດນາມ ໃນການພັດທະນາປະເທດຊາດເວົ້າລວມ, ແລະ ແກ້ໄຂບັນດາບັນຫາສັງຄົມເວົ້າສະເພາະ.

          ໃນສະພາບການນັ້ນ, ກອງປະຊຸມສຳມະນາມີຄວາມໝາຍສຳຄັນ, ຍົກອອກບັນດາການກຳນົດທິດຕົ້ນຕໍເພື່ອປະຕິຮູບລະບົບການຮັບປະກັນຊີວິດສັງຄົມຂອງ ຫວຽດນາມ ຮອດປີ 2030. ຜ່ານນັ້ນ, ບັນລຸໄດ້ລະບົບການຮັບປະກັນຊີວິດສັງຄົມມີລັກສະນະເຊື່ອມຕໍ່, ປັບຕົວ, ມີປະສິດທິຜົນ ແລະ ບັນລຸໄດ້ປະສິດທິພາບສູງ. ຜູ້ຕາງໜ້າຂອງທະນາຄານໂລກປະຈຳ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງ, ໜູນຊ່ວຍພ້ອມກັບ ຫວຽດນາມ ປະກອບສ່ວນເຂົ້າວິວັດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ