10ເຫດວາງລະເບີດຢູ່ນະຄອນຫຼວງ ແບດແດດ ຂອງ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

10ເຫດວາງລະເບີດຢູ່ນະຄອນຫຼວງ ແບດແດດ ຂອງ ອີຣັກ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ພາບປະກອບ

(vovworld) – ບັນດາ​ເຫດ​ວາງ​ລະ​ເບີດ​ເກີດ​ຂຶ້ນ​​ເມື່ອວັນ​ທີ 27/10, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 37 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 50 ຄົນ​ຮັບ​ບາດ​ເຈັບ. ມີເຫດ​ວາງ​ລະ​ເບີດ 9 ຄັ້ງ​ຢູ່​ບັນດາ​ເມືອງ​ມີ​ສາສະ​ນິກະ​ຊົນ​ອິດສະ​ລາມ ນິກາຍ Shi’ite ດຳລົງ​ຊີວິດ, ​ໃນ​ນັ້ນ​ມີການບຸກ​ໂຈມ​ຕີນ​ອງ​​ເລື​ອດທີ່ສຸດ​ 2 ຄັ້ງ​ເກີດ​ຂຶ້ນ​ຢູ່​ເຂດ​ຕະຫຼາ​ດທີ່​ມີ​ຄົນ​ຄັບຄາ​ໜາ​ແໜ້ນ​ໃນ​ເທດສະບານ Nahrawan, ທາງ​ທິດ​​ໃຕ້​ຂອງ​ແບ​ດ​ແດດ, ​ເຮັດ​​ໃຫ້ 7 ຄົນ​ເສຍ​ຊີວິດ. ບັນດາ​ມື​ປືນ​ຊາວ​ມົດ​ສະ​ລິ​ມ ນິກາຍ Sunni ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຕົວ​ການ​ປະຕິບັດ​ບັນດາ​ການບຸກ​ໂຈມ​ຕີ ​ເພື່ອ​ແນ​ໃສ່​ປະຊາ​ຄົມ​ນິກາຍ Shi’ite. ຕາມການ​ສະຖິຕິ​ແລ້ວ, ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ຮຸ​ນ​ແຮງ​ຢູ່ ອີຣັກ ​ເຮັດ​ໃຫ້ກ່ວາ 600 ຄົນ​ເສຍ​ຊີ​ວີ​ດສະ​ເພາະ​ໃນ​ເດືອນ 10. ສະພາບ​ການ ອີຣັກ ນັບ​ມື້​ນັບ​ຮ້າຍ​ແຮງ​ກ່ວາ ​ເມື່ອ​ລັດຖະບານ​ໂດຍ​ຊາວ Shi’ite ນຳໜ້າ​ບໍ່​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ຂອງ​ຊາວ​​ສ່ວນ​ໜ້ອຍນິກາຍ Sunni, ປະຊາ​ຄົມ​ໄດ້ຕຳ​ນິຕິ​ຕຽນ​ວ່າ​ເຂົາ​ເຈົ້າ​ຖືກ ​ຕົກ​ຢູ່​ໂດດ​ດຽວ​ທາງດ້ານການ​ເມືອງ​ກໍ່​ຄື​ຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປາບ​ປາມ.

 

ຂ່າວ/ບົດ​ອື່ນ