12 ປ້ອມທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ແລກປ່ຽນວຽກງານວິຊາສະເພາະກັບ ກອງຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ)

(VOVWORLD) - ສອງຝ່າຍກໍເຫັນດີເພີ່ມທະວີການລາດຕະເວນ, ຄວບຄຸມເຂດຈຸດສຸມ, ສະກັດກັ້ນການເຄື່ອນໄຫວນຳເຂົ້າ, ສົ່ງອອກຢ່າງຜິດກົດໝາຍຢ່າງມີປະສິດທິຜົນ; ມີມາດຕະການສົມທົບກັນ, ຜັນຂະຫຍາຍການຮັບມືກັບກໍລະນີລະເມີດກົດໝາຍຢ່າງມີປະສິດທິຜົນ
12 ປ້ອມທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ແລກປ່ຽນວຽກງານວິຊາສະເພາະກັບ ກອງຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ) - ảnh 112 ປ້ອມທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ແລກປ່ຽນວຽກງານວິຊາສະເພາະກັບ ກອງຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ)

ວັນທີ 18 ກໍລະກົດ, ຄະນະຜູ້ແທນ 12 ປ້ອມທະຫານປ້ອງກັນຊາຍແດນຂຶ້ນກັບ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວາບັ່ງ, ຮ່າຢາງ ຈັດການແລກປ່ຽນວຽກງານວິຊາສະເພາະ ໄຕມາດທີ 2 ປີ 2023 ກັບຄະນະຜູ້ແທນກອງຄຸ້ມຄອງຊາຍແດນ ປາຍເຊືອ, ແຂວງ ກວາງຊີ, ປະເທດ ຈີນ.

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງສະພາບການໃຫ້ກັນຊາບ ເປັນປະຈຳ; ສືບຕໍ່ປະຕິບັດ “ເອກະສານນິຕິກຳກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ 3 ສະບັບ” ຢ່າງເຂັ້ມງວດ; ເພີ່ມທະວີການສຶກສາອົບຮົມກ່ຽວກັບກົດໝາຍໃຫ້ແກ່ປະຊາຊົນເຂດຊາຍແດນຂອງແຕ່ລະຝ່າຍ, ສະກັດກັ້ນພົນລະເມືອງຂອງກັນເຂົ້າຮ່ວມການກະທຳຜິດຜ່ານຊາຍແດນ ຢ່າງມີປະສິດທິຜົນ.

        ສອງຝ່າຍກໍເຫັນດີເພີ່ມທະວີການລາດຕະເວນ, ຄວບຄຸມເຂດຈຸດສຸມ, ສະກັດກັ້ນການເຄື່ອນໄຫວນຳເຂົ້າ, ສົ່ງອອກຢ່າງຜິດກົດໝາຍຢ່າງມີປະສິດທິຜົນ; ມີມາດຕະການສົມທົບກັນ, ຜັນຂະຫຍາຍການຮັບມືກັບກໍລະນີລະເມີດກົດໝາຍຢ່າງມີປະສິດທິຜົນ; ປ້ອງກັນຄວາມສະຫງົບ, ປອດໄພຢູ່ເຂດຊາຍແດນ; ຄົ້ນພົບຢ່າງທັນການ ແລະ ມີໄຫວພິບໃນການສົມທົບ, ຕໍ່ສູ້, ສະກັດກັ້ນບັນດາເປົ້າໝາຍເປັນປໍລະປັກແຊກຊຶມ, ໄປມາຂ້າມຊາຍແດນຂອງສອງຝ່າຍ; ປ້ອງກັນຄວາມສະຫງົບ, ປອດໄພ, ຊຸກຍູ້ເສດຖະກິດເຂດຊາຍແດນໃຫ້ພັດທະນາຢ່າງແຮງ ແລະ ເປີດກວ້າງຮູບແບບ ແລະ ຂົງເຂດພົວພັນແລກປ່ຽນ, ຮ່ວມມືຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ