15 ໝູ່ຄະນະ ແລະ ສ່ວນບຸກຄົນໄດ້ຮັບລາງວັນແມ່ຍິງ ຫວຽດນາມ ປີ 2013

15 ໝູ່ຄະນະ ແລະ ສ່ວນບຸກຄົນໄດ້ຮັບລາງວັນແມ່ຍິງ ຫວຽດນາມ ປີ 2013 - ảnh 1
10 ຄົນ​ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ຊີວິດ​ສັງຄົ​ມ
(ພາບ: PC)

(vovworld) – ຕອນ​ຄຳ່​ວັນ​ທີ 2/10, ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ, ສູນ​ກາງສະຫະພັນ​ແມ່ຍິງ ຫວຽດນາມ, ກອງ​ທຶນ​ລາງວັນ​​ແມ່ຍິງ ຫວຽດນາມ ​ເກັ່ງ​ກ້າ​ສາມາດຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ແມ່ຍິງ ຫວຽດນາມ ປີ 2013​ ​ໃຫ້ 5 ໝູ່​ຄະນະ ​ແລະ 10 ຄົນ​ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ຊີວິດ​ສັງຄົ​ມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ຢືນຢັນ​ວ່າ: ລາງວັນ​ນີ້​ແມ່ນການ​ຮັບ​ຮູ້​ການ​ອຸທິດ​ຄວາມ​​ເກັ່ງ​ກ້າສາມາດ, ຫົວຄິ​ດ​ປະດິດ​​ສ້າງ​ຂອງ​ແມ່ຍິງ ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ປຸກລະດົມ​ກຳລັງ​ໃຈ​ແມ່ຍິງ ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ, ພຸມ​ປັນຍາ​ຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ນັບ​ແຕ່​ປີ 2002 ມາ​ຮອດ​ປະຈຸ​ບັນ, ລາງວັນ​ແມ່ຍິງ ຫວຽດນາມ ​ໄດ້​ມອບ​ໃຫ້ 41 ໝູ່​ຄະນະ ​ແລະ ​ແມ່ຍິງ​ 84 ຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ