160ກວ່າວິສາຫະກິດໄດ້ຮັບນາມມະຍົດຣົ່ງວ່າງແລະເຄື່ອງໝາຍການຄ້າແຮງຫວຽດນາມ

160ກວ່າວິສາຫະກິດໄດ້ຮັບນາມມະຍົດຣົ່ງວ່າງແລະເຄື່ອງໝາຍການຄ້າແຮງຫວຽດນາມ - ảnh 1
ລາຍການ​​ເຊີດ​ຊູ​ບັນດາ​ວິ​ສາ​ຫະກິດ ຣົ່ງວ່າງ (ມັງກອນ​ຄຳ)
 ​ແລະ ​ເຄື່ອງໝາຍ​ການ​ຄ້າ​​ແຮງ ຫວຽດນາມ

(ພາບອິນເຕີແນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/4, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​​ເຊີດ​ຊູ​ບັນດາ​ວິ​ສາ​ຫະກິດ ຣົ່ງວ່າງ (ມັງກອນ​ຄຳ) ​ແລະ ​ເຄື່ອງໝາຍ​ການ​ຄ້າ​​ແຮງ ຫວຽດນາມ. ທີ່​ລາຍການ, ມີ ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI) 61 ​ແຫ່ງ​ໄດ້​ຮັບ​ນາມມະຍົດ ຣົ່ງວ່າງ ​ແລະ ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ 100 ​ແຫ່ງ​ໄດ້​ຮັບ​ນາມມະຍົດ​ເຄື່ອງໝາຍ​ການ​ຄ້າ​​ແຮງ​ ຫວຽດນາມ. ລາຍການ​ເຊີດ​ຊູ​ວິ​ສາ​ຫະກິດຣົ່ງຄຳ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ແຮງ ຫວຽດນາມ ​ເພື່ອ​ແນ​ໃສ່​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ ດຳ​ເນີນ​ທຸລະ​ກິດ, ມີ​ລະດັບ​ເຕີບ​ໂຕ​ສູງ ​ແລະ ມີ​ການ​ປະກອບສ່ວນ​ໃຫ້​ພື້ນຖານ​ເສດຖະກິດ ຫວຽດນາມ. ທ່ານ ຫງວຽນ​ຄັກ​ຈິ່ງ, ຮອງ​ຜູ້ອຳນວຍການ​ບໍລິສັດ​ຜະລິດ​ກົນ​ຈັກ​ໄຟຟ້າ ​ແລະ ການ​ຄ້າ​ເຟືອງ​ລິງ​ຈຳກັດ, ຜະລິດ​ສະ​ເພາະ​ພັດ​ລົມອຸດ​ສາ​ຫະກຳ ​ແລະ ລະບົບ​ດູດ​ກັນ​ຂີ້ຝຸ່ນ, ​ແບ່ງປັນ​ວ່າ:

        “​ໃນ​ສະພາບ​ເຊື່ອມ​ໂຍງ​ປະຈຸ​ບັນ​ນີ້, ການ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ແຮງ​ແມ່ນ​ປັດ​ໃຈ​ແຖວ​ໜ້າ. ຢາກ​ມີ​ເຄື່ອງໝາຍ​ການ​ຄ້າ​ແຮງ ຕ້ອງ​ມີ​ການ​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ​ເຕັກ​ໂນ​ໂລ​ຢີ. ພວກ​ຂ້າພະ​ເຈົ້າ​ກໍ່​ກຳນົດ, ຕ້ອງ​ສຳຜັດ​ການ​ປະຕິວັດ 4.0. ຍິ່ງ​ໄວ​ກໍ່​ຍິ່ງ​ດີ. ກ່ອນ​ອື່ນ​ໝົດ​ສຳລັບ​ດ້ານ​ເຕັກ​ໂນ​ໂລ​ຢີ, ພວກ​ຂ້າພະ​ເຈົ້າ​ອັບ​ເດັດ​ບັນດາ​ລະບົບ​ເຄື່ອງ​ຈັກ​ອຸປະກອນ​ທີ່​ກ້າວໜ້າ​ຢູ່​ໂລກ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ຫຼຸດຜ່ອນ​ລາຄາ​ຜະລິດ​ຕະພັນ, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລູກ​ຄ້າ ​ແລະ ບັນດາ​ຄູ່​ຮ່ວມ​ມື“.

ຕອບກັບ

ຂ່າວ/ບົດ​ອື່ນ