2 ເດືອນ​ຕົ້ນ​ປີ, ມ​ູນ​ຄ່າ​ສົ່ງ​ອອກ​ເກີນ​ດຸ່ນ​ສຳ​ລັບຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ໄດ້​ເພີ່ມ​ຂຶ້ນ​ເກືອບ 87%

(VOVWORLD) -2 ເດືອນຕົ້ນປີ 2022, ຍອດວົງເງິນສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ບັນລຸເກືອບ 14,2 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. 
2 ເດືອນ​ຕົ້ນ​ປີ, ມ​ູນ​ຄ່າ​ສົ່ງ​ອອກ​ເກີນ​ດຸ່ນ​ສຳ​ລັບຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ໄດ້​ເພີ່ມ​ຂຶ້ນ​ເກືອບ 87% - ảnh 1(ພາບ: TTXVN)

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ 2 ເດືອນຕົ້ນປີ 2022, ຍອດວົງເງິນສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ບັນລຸເກືອບ 14,2 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021; ໃນນັ້ນ, ຄາດວ່າ ມູນຄ່າການສົ່ງອອກບັນລຸ 8 ຕື້ USD, ສ່ວນມູນຄ່າການນຳເຂົ້າບັນລຸກວ່າ 6,2 ຕື້ USD. ເປັນອັນວ່າ, ມູນຄ່າສົ່ງອອກເກີນດຸ່ນສຳລັບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸເກືອບ 1,8 ຕື້ USD.

        ຜະລິດຕະພັນ ແລະ ກຸ່ມຜະລິດຕະພັນຈຳນວນໜຶ່ງມີຄຸນຄ່າສົ່ງອອກເພີ່ມຂຶ້ນ ເຊັ່ນ: ກາເຟ, ຢາງພາລາ, ເຂົ້າສານ, ໝາກພິກໄທ, ນ້ຳນົມ ແລະ ຜະລິດຕະພັນຈາກນ້ຳນົມ…

        ສຳລັບຕະຫຼາດສົ່ງອອກ, ມູນຄ່າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ໄປຍັງຕະຫຼາດຕ່າງໆໃນທະວີບ ອາຊີ ແມ່ນຢືນອັນດັບແຖວໜ້າ, ກວມເອົາ 39,5% ອັດຕາສ່ວນຕະຫຼາດ; ຖັດຈາກນັ້ນແມ່ນ ທະວີບອາເມລິກາ, ເອີຣົບ, ໂອເຊອານີ ແລະ ອາຟະລິກາ. ອາເມລິກາ ສືບຕໍ່ແມ່ນຕະຫຼາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຫຼາຍທີ່ສຸດຂອງ ຫວຽດນາມ. ຖັດຈາກນັ້ນແມ່ນ ຕະຫຼາດ ຈີນ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ