2023 ອາດ​ຈະແມ່ນ​ປີ​ທີ່​ຮ້ອນ​​ລະ​ດັບສະ​ຖິ​ຕິ

(VOVWORLD) - ຄາດຄະເນວ່າ ປີນີ້ ອາດຈະແມ່ນປີຮ້ອນທີ່ສຸດໃນປະຫວັດສາດ.
2023 ອາດ​ຈະແມ່ນ​ປີ​ທີ່​ຮ້ອນ​​ລະ​ດັບສະ​ຖິ​ຕິ - ảnh 1ຝັ່ງທະເລຢູ່ Calais, ຝລັ່ງ ຍາມແລງ (ພາບ:Reuters/TTXVN)

ຕາມໝາກຜົນການຄົ້ນຄວ້າວິທະຍາສາດໂດຍບັນດານັກວິທະຍາສາດ ຂອງມະຫາວິທະຍາໄລ ຈູງແຊນ (ກວາງຊີ, ຈີນ) ປະກາດເມື່ອວັນທີ 19 ກັນຍາ, ໃນວາລະສານ Advances in Atmospheric Scieances, ຄາດຄະເນວ່າ ປີນີ້ ອາດຈະແມ່ນປີຮ້ອນທີ່ສຸດໃນປະຫວັດສາດ.

        ການຄົ້ນຄວ້າ ໄດ້ຊີ້ໃຫ້ເຫັນວ່າ ອຸນຫະພູມໜ້ານ້ຳທະເລສະເລ່ຍທົ່ວໂລກ (SSTs) ເພີ່ມຂຶ້ນລະດັບສູງສະຖິຕິ ໃນເດືອນເມສາ,  ໃນຂະນະທີ່ອຸນຫະພູມຢູ່ເຂດດິນຕໍ່ແຜ່ນໃນໂລກ ສະເລ່ຍແລ້ວເພີ່ມຂຶ້ນລະດັບສູງອັນດັບທີ 2 ໃນ ເດືອນ ມິຖຸນາ ຜ່ານມາ. ການປະສົມເຂົ້າກັນຄືດັ່ງກ່າວເຮັດໃຫ້ ເດືອນພຶດສະພາ ກາຍເປັນເປັນເດືອນຮ້ອນທີ່ສຸດໃນປະຫວັດສາດກ່ຽວກັບ ອຸນຫະພູມໃນຊັ້ນນອກຂອງໜ່ວຍໂລກ. ການຄົ້ນຄວ້າດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ອຸນຫະພູມທົ່ວໂລກສືບຕໍ່ເພີ່ມຂຶ້ນໃນຊຸມເດືອນທ້າຍປີ 2023, ຍ້ອນບັນດາປັດໄຈຄື El Nino ແລະ ໄພໄໝ້ແຜ່ລາມອອກສູ່ວົງກວ້າງ. ການຄົ້ນຄວ້າກໍຊີ້ໃຫ້ເຫັນວ່າ ຍ້ອນວິວັດການທົ່ວໂລກອຸ່ນຂຶ້ນຢ່າງໄວ, ຄວາມອາດສາມາດເກີດບັນດາປະກົດການທາງດ້ານປະກົດການທີ່ຮ້າຍແຮງດ້ານດິນຟ້າອາກາດ ແລະ ໄພພິບັດຈະເພີ່ມຂຶ້ນ ແລະ ໂລກຕ້ອງມີການກະທຳໂດຍດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ