24 ຊົ່ວໂມງຜ່ານມາ, ຫວຽດນາມ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອໂຄວິດ - 19 ຕຳ່ສຸດນັບແຕ່ 12 ເດືອນມານີ້

(VOVWORLD) - ຫວຽດນາມ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດ ໃໝ່ຕື່ມອີກ 568 ຄົນ

ໄລ່ຮອດເວລາ 16 ໂມງຂອງວັນທີ 11 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 12 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດ ໃໝ່ຕື່ມອີກ 568 ຄົນ (ຫລຸດ 142 ຄົນເມື່ອທຽບໃສ່ມື້ກ່ອນ) ຢູ່ 34 ແຂວງ, ນະຄອນ (ມີ 378 ຄົນຕິດເຊື້ອໃນວົງຄະນະຍາດ).

ຈຳນວນຜູ້ໄດ້ຮັບການປິ່ນປົ່ວຫາຍດີເປັນປົກກະຕິໃນວັນທີ 12 ມິຖຸນາ ນີ້ແມ່ນ 5.274 ຄົນ, ຊື່ງໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົ່ວຫາຍດີເປັນປົກກະຕິທັງໝົດແມ່ນ 9.553.193 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ