25 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ

(VOVWORLD) - 25 ປີຜ່ານມາ ໄດ້ເຫັນປະຈັກຕາບາດກ້າວໃນຂົງເຂດການຮ່ວມມືເສດຖະກິດ ແລະ ການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດຫລາຍພໍສົມຄວນ. 

ນັ້ນແມ່ນຄຳຢືນຢັນຂອງທ່ານ ບຸຍຮຸຍເຊີນ ອັກຄະລັດຖະທູດ, ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ອາເມລິກາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ.

25 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ - ảnh 1 ທ່ານ ບຸຍຮຸຍເຊີນ ອັກຄະລັດຖະທູດ, ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ອາເມລິກາ (ພາບ: TTXVN)

ທ່ານ ບຸຍຮຸຍເຊີນ ເນັ້ນໜັກວ່າ: ຕະຫລອດ 25 ປີຜ່ານມາ, ນັບແຕ່ເມື່ອ ຫວຽດນາມ ແລະ ອາເມລິກາ ສ້າງຕັ້ງການພົວພັນທາງການທູດ, 2 ປະເທດບັນລຸໄດ້ບັນດາຜົນງານທີ່ສຳຄັນ ແລະ ພົ້ນເດັ່ນໃນການພົວພັນດ້ານການຄ້າ ຫວຽດນາມ - ອາເມລິກາ , ໃນນັ້ນ ຕ້ອງເວົ້າເຖິງລະດັບການເຕີບໂຕສູງຂອງວົງເງິນການຄ້າ 2 ສົ້ນ. ຕາມການສະຖິຕິຈາກຝ່າຍ ອາເມລິກາ ແລ້ວ, ພາຍຫລັງ 25 ປີ, ວົງເງິນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນ 333 ເທົ່າ, ແຕ່ 233,4 ລ້ານ USD ໃນປີ 1994 ຂຶ້ນເຖິງ 77,5 ຕື້ USD ໃນທ້າຍປີ 2019.

        ຕາມທ່ານ ບຸນຮຸຍເຊີນ ແລ້ວ, ປັດຈຸບັນ ຫວຽດນາມ ແລະ ອາເມລິກາ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງກ່ວາອີກ. ດ້ວຍບົດບາດເປັນຂົວຕໍ່ດ້ານການຄ້າລະຫວ່າງ 2 ປະເທດ, ອົງການການຄ້າ ຫວຽດນາມ ປະຈຳ ອາເມລິກາ ໄດ້ ແລະ ພວມຊຸກຍູ້ການແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງຂອງ ອາເມລິກາ ກ່ຽວກັບບັນດາບັນຫານະໂຍບາຍ, ປົກປ້ອງຜົນປະໂຫຍດຂອງວິສາຫະກິດ ຫວຽດນາມ, ເຊື່ອມຕໍ່ ແລະ ໜູນຊ່ວຍວິສາຫະກິດສົ່ງເສີມດ້ານການຄ້າ, ສຳຜັດກັບຕະຫລາດ, ກວດກາຄູ່ຮ່ວມມື, ແນະນຳຄູ່ຄ້າຂາຍ ແລະ ຊຸກຍູ້ການສົ່ງອອກ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະ ການພົວພັນຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ