3 ປະເທດ ອາຟຣີກາ ຕາເວັນຕົກ ຖອນຕົວອອກຈາກ ECOWAS

(VOVWORLD) - ECOWAS ບໍ່ສາມາດປະຕິບັດໄດ້ບັນດາແນວຄວາມຄິດທີ່ວາງອອກ ໃນເວລາທີ່ອົງການນີ້ໄດ້ຮັບການສ້າງຕັ້ງ. ໂຄສົກຂອງອຳນາດການປົກຄອງ Niger ຖືວ່າ: ECOWAS ບໍ່ສາມາດໜູນຊ່ວຍໃຫ້ປະເທດ ອາຟຣີກາ ຕາເວັນຕົກນີ້ໄດ້ ໃນບັ້ນສູ້ຮົບຕ້ານກໍ່ການຮ້າຍ ແລະ ສະພາບຂາດສະຖຽນລະພາບ.

ວັນທີ 28 ມັງກອນ, Niger, Mali ແລະ Burkina Faso ໄດ້ອອກຖະແຫຼງການຮ່ວມ ປະກາດກ່ຽວກັບເລື່ອງ 3 ປະເທດນີ້ໄດ້ຖອນຕົວອອກຈາກປະຊາຄົມເສດຖະກິດບັນດາປະເທດ ອາຟຣີກາ ຕາເວັນຕົກ (ECOWAS).

        ຖະແຫຼງການຮ່ວມໄດ້ອອກອາກາດຜ່ານສະຖານີໂທລະພາບ ແຫ່ງຊາດ Niger, ໃນນັ້ນໄດ້ສະແດງຄວາມຜິດຫວັງວ່າ: ECOWAS ບໍ່ສາມາດປະຕິບັດໄດ້ບັນດາແນວຄວາມຄິດທີ່ວາງອອກ ໃນເວລາທີ່ອົງການນີ້ໄດ້ຮັບການສ້າງຕັ້ງ. ໂຄສົກຂອງອຳນາດການປົກຄອງ Niger ຖືວ່າ: ECOWAS ບໍ່ສາມາດໜູນຊ່ວຍໃຫ້ປະເທດ ອາຟຣີກາ ຕາເວັນຕົກນີ້ໄດ້ ໃນບັ້ນສູ້ຮົບຕ້ານກໍ່ການຮ້າຍ ແລະ ສະພາບຂາດສະຖຽນລະພາບ.

        ປະຈຸບັນ, Niger, Mali ແລະ Burkina Faso ແມ່ນ 3 ປະເທດມີອຳນາດການປົກຄອງການທະຫານພາຍຫຼັງການກໍ່ລັດຖະປະຫານນັບແຕ່ປິ 2020 ມາຮອດປະຈຸບັນ ແລະ ECOWAS ໄດ້ໂຈະຖານະເປັນສະມາຊິກ, ໃນນັ້ນ, ຫຼ້າສຸດແມ່ນ Niger ໃນເດືອນ ທັນວາ 2023. ທັງສາມປະເທດໄດ້ເຊັນຂໍ້ຕົກລົງປ້ອງກັນຕົວລວມໃນເດືອນ ກັນຍາ 2023, ໃນນັ້ນໃຫ້ຄຳໝັ້ນສັນຍາໜູນຊ່ວຍເຊິ່ງກັນ ແລະ ກັນໃນກໍລະນີທີ່ມີສະມາຊິກໜຶ່ງຖືກບຸກໂຈມຕີ.

ຕອບກັບ

ຂ່າວ/ບົດ​ອື່ນ