45 ປີແຫ່ງການພົວພັນ ຫວຽດນາມ - ຕວັກກີ: ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື 2 ຝ່າຍ

(VOVWORLD) - ການພົວພັນ 2 ຝ່າຍບັນລຸໄດ້ບັນດາຜົນງານເກີນຄວາມປາດຖະໜາ ພາຍຫຼັງໄລຍະ 45 ປີ, ພ້ອມນັ້ນກໍ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຂຶ້ນສູ່ລະດັບສູງໃໝ່.
45 ປີແຫ່ງການພົວພັນ ຫວຽດນາມ - ຕວັກກີ: ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື 2 ຝ່າຍ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໂດ້ເຊີນຫາຍ ຕອບສຳພາດຕໍ່ນັກຂ່າວ
(ພາບ: TTXVN)

        ວັນທີ 07 ມິຖຸນາ, ຫວຽດນາມ ແລະ ຕວັກກີ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (07 ມິຖຸນາ 1978 – 07 ມິຖຸນາ 2023). ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເອີລົບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໂດ້ເຊີນຫາຍ, ຢືນຢັນການພົວພັນ 2 ຝ່າຍບັນລຸໄດ້ບັນດາຜົນງານເກີນຄວາມປາດຖະໜາ ພາຍຫຼັງໄລຍະ 45 ປີ, ພ້ອມນັ້ນກໍ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຂຶ້ນສູ່ລະດັບສູງໃໝ່. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານ ໂດ້ເຊີນຫາຍ ຖືວ່າ, 2 ປະເທດຄວນເພີ່ມທະວີການເຄື່ອນໄຫວໂຄສະນາກ່ຽວກັບປະເທດຊາດ, ມະນຸດ ແລະ ຕະຫຼາດໃຫ້ແກ່ປະຊາຊົນແຕ່ລະປະເທດ. ພິເສດ, ຕ້ອງເອົາໃຈໃສ່ນຳໃຊ້ເຕັກໂນໂລຊີ, ການສື່ສານ (ໂດຍສະເພາະແມ່ນສື່ສັງຄົມ) ໃຫ້ແກ່ການເຄື່ອນໄຫວໂຄສະນາ. 2 ຝ່າຍກໍ່ຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງ 2 ປະເທດແຊກຊຶມເຂົ້າຕະຫຼາດຂອງກັນຫຼາຍກວ່າເກົ່າ; ມີບັນດາການເຄື່ອນໄຫວ ແລະ ນະໂຍບາຍລະອຽດກວ່າ ເພື່ອໜູນຊ່ວຍ ແລະ ຊຸກຍູ້ການສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດ ຫວຽດນາມ - ຕວັກກີ, ກ່ອນອື່ນໝົດແມ່ນໃນຂົງເຂດກະສິກຳ - ປາໄມ້ - ສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ