50 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ: ພ້ອມ​ກັນ​ຊອ​ກ​ຫາ​ຈຸດ​ຄ້າຍ​ຄື​ກັນ​ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ

(VOVWORLD) - ການພົວພັນ ຫວຽດນາມ - ສິງກະໂປ ບັນລຸໄດ້ບາດກ້າວເດີນຕັ້ງໜ້າຫຼາຍຢ່າງ, ຈາກການສູ້ຢັນກັນກາຍເປັນການຮ່ວມມືທີ່ເລິກເຊິ່ງ, ແໜ້ນແຟ້ນ. 
50 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ: ພ້ອມ​ກັນ​ຊອ​ກ​ຫາ​ຈຸດ​ຄ້າຍ​ຄື​ກັນ​ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ  (ພາບປະກອບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ ຄົບຮອບ 50 ປີ (1/8/1973 - 1/8/2023) ແລະ ວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຄົບຮອບ 10 ປີ(2013 – 2023), ທ່ານຮອງສາດສະດາຈານ Simon Tay – ຜູ້ອຳນວຍການສະຖາບັນຄົ້ນຄວ້າບັນດາບັນຫາສາກົນ ສິງກະໂປ (SIIA) ຖືວ່າ ການພົວພັນ ຫວຽດນາມ - ສິງກະໂປ ບັນລຸໄດ້ບາດກ້າວເດີນຕັ້ງໜ້າຫຼາຍຢ່າງ, ຈາກການສູ້ຢັນກັນກາຍເປັນການຮ່ວມມືທີ່ເລິກເຊິ່ງ, ແໜ້ນແຟ້ນ. ທ່ານຮອງສາດສະດາຈານ Simon Tay ໃຫ້ຂໍ້ສັງເກດວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ. ມີຫຼາຍຂົງເຂດໃໝ່ ເຊິ່ງສອງຝ່າຍສາມາດເພີ່ມທະວີການຮ່ວມມື.

        ໃນຂະນະນັ້ນ, ທ່ານຮອງສາດສະດາຈານ Bilveer Singh ຈາກມະຫາວິທະຍາໄລແຫ່ງຊາດ ສິງກະໂປ ກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດທີ່ “ເປັນເອກະລັກ” ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນກຸ່ມ ອາຊຽນ. ເຖິງວ່າ ການພົວພັນເຄີຍມີໄລຍະຂຶ້ນໆລົງໆ ແຕ່ສອງປະເທດ ກໍຊອກຫາໄດ້ຈຸດທີ່ຄ້າຍຄືກັນ. ສຳລັບ ສິງກະໂປ, ຫວຽດນາມ ແມ່ນ “ບໍ່ຄຳ” ດ້ວຍກາລະໂອກາດຫຼາຍຢ່າງ, ສຳລັບ ຫວຽດນາມ, ເປັນທີ່ຈະແຈ້ງແລ້ວວ່າ ສິງກະໂປ ແມ່ນຄູ່ຮ່ວມມືທີ່ສາມາດຮ່ວມມືພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ