50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ

(VOVWORLD) - ຫວຽດນາມ ແລະ ອາກຊັງຕິນ ມີເງື່ອນໄຂເພື່ອເພີ່ມທະວີການພົວພັນຮອບດ້ານໃຫ້ຫຼາຍກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ.
50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ
(ພາບ: TTXVN)

        ວັນທີ 23 ຕຸລາ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ (25 ຕຸລາ 1973 – 25 ຕຸລາ 2023), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ເຢືອງກວກແທງ ຖືວ່າ, ຫວຽດນາມ ແລະ ອາກຊັງຕິນ ມີເງື່ອນໄຂເພື່ອເພີ່ມທະວີການພົວພັນຮອບດ້ານໃຫ້ຫຼາຍກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ. ກ່ຽວກັບດ້ານເສດຖະກິດ, 2 ປະເທດມີຄວາມສາມາດບົ່ມຊ້ອນເພີ່ມເຕີ່ມໃຫ້ແກ່ກັນໃນຂົງເຂດກະສິກຳ, ພະລັງງານ ແລະ ຫັນເປັນສີຂຽວ. ໃນການຢ້ຽມຢາມ ອາກຊັງຕິນ ໃນເດືອນ ເມສາ ຜ່ານມາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ສະເໜີເພີ່ມວົງເງິນການຄ້າ 2 ສົ້ນແຕ່ 5 ຕື້ USD ໃນປີ 2022 ຂຶ້ນເປັນ 10 ຕື້ USD ໃນປີ 2030. ກ່ຽວກັບດ້ານວັດທະນະທຳ, ກິລາ, ທ່ອງທ່ຽວ, 2 ປະເທດມີຫຼາຍຈຸດທີ່ຄ້າຍຄືກັນດ້ານຄຸນຄ່າ ແລະ ບັນດາຮູບແບບສິລະປະທີ່ດຶງດູດໃຈ ແລະ ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງເຖິງປະຊາຊົນແຕ່ລະປະເທດ.

        ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອາກຊັງຕິນ ປະຈຳ ຫວຽດນາມ Luis Pablo Maria Beltramino ກໍ່ໃຫ້ຮູ້ວ່າ, 2 ປະເທດໄດ້ສ້າງຕັ້ງກົນໄກຮ່ວມມື/ທາມທາມຄວາມເຫັນຈຳນວນ 1, ລົງນາມໃນສັນຍາ/ຂໍ້ຕົກລົງຫຼາຍສະບັບ ເຊິ່ງເປັນພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ