55ປີແຫ່ງການພົວພັນ ຫວຽດນາມ -ລາວ: ໄຂງານວາງສະແດງວິຈິດສິນ ຫວຽດນາມ -ລາວ

(VOVWORLD) - ນີ້ແມ່ນໝາກຜົນຂອງການຮ່ວມມືລະຫວ່າງສະມາຄົມວິຈິດສິນ ຫວຽດນາມ ແລະ ສະມາຄົມວິຈິດສິນລາວດ້ວຍການຊ່ວຍເຫຼືອຂອງສູນວັດທະນະທຳ ຫວຽດນາມ ຢູ່ລາວ. ງານວາງສະແດງໄດ້ແນະນຳບັນດາຜະລິດຕະພັນວິຈິດສິນ 70 ຢ່າງທີ່ໃຫມ່ສຸດ
55ປີແຫ່ງການພົວພັນ ຫວຽດນາມ -ລາວ: ໄຂງານວາງສະແດງວິຈິດສິນ ຫວຽດນາມ -ລາວ - ảnh 1 ພິທີຕັດແຖບຜ້າໄຂງານວາງສະແດງ

ຕອນບ່າຍວັນທີ 12 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນພິທີໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນ 2 ປະເທດເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18/7/1977 – 18/7/2017) ແລະ 55 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (5/9/1962 -5/9/2017). ນີ້ແມ່ນໝາກຜົນຂອງການຮ່ວມມືລະຫວ່າງສະມາຄົມວິຈິດສິນ ຫວຽດນາມ ແລະ ສະມາຄົມວິຈິດສິນລາວດ້ວຍການຊ່ວຍເຫຼືອຂອງສູນວັດທະນະທຳ ຫວຽດນາມ ຢູ່ລາວ. ງານວາງສະແດງໄດ້ແນະນຳບັນດາຜະລິດຕະພັນວິຈິດສິນ 70 ຢ່າງທີ່ໃຫມ່ສຸດ ຂອງບັນດານັກສິລະປະກອນ ຫວຽດນາມ ແລະ ລາວ ດ້ວຍຫຼາຍວິທີການ… ດ້ວຍບັນດາຫົວເລື່ອງກ່ຽວກັບຄວາມຮັກຕໍ່ບ້ານເກີດເມືອງນອນ, ມະນຸດ, ວັດທະນະທຳ, ມໍຣະດົກ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຫຼື້ອມໃສດ້ານຈິດວີນຍານ, ວັດຖຸພັນທີ່ມີຫຼາຍຮູບຫຼາຍສີ, ປະກອບສ່ວນເຮັດໃຫ້ຮູບພາບສິລະປະລວມຂອງ 2 ປະເທດ ຫວຽດນາມ - ລາວ ອຸດົມສົມບູນຫຼາຍຂຶ້ນ.

        ງານວາງສະແດງຈະໄດ້ເປີດປະຕູຮອດວັນທີ 16 ມິຖຸນາຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ