56 ປີແຫ່ງວັນສ້າງຕັ້ງ ອາຊຽນ: ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນບັນດາປະເທດ

(VOVWORLD) - ໃນໄລຍະ 56 ປີຜ່ານມາ, ອາຊຽນ ແມ່ນປັດໃຈສຳຄັນຢ່າງແທດຈິງທີ່ຂາດບໍ່ໄດ້ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
56 ປີແຫ່ງວັນສ້າງຕັ້ງ ອາຊຽນ: ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນບັນດາປະເທດ - ảnh 1(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 11 ສິງຫາ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ (08 ກັນຍາ 1967 – 08 ກັນຍາ 2023) ແລະ 28 ປີແຫ່ງຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28 ກໍລະກົດ 1995 – 28 ກໍລະກົດ 2023).

        ທີ່ການພົບປະ, ທ່ານນາງ ຟານທິຮົ່ງຊວັນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊຽນ ນະຄອນ ໂຮ່ຈີມິນ, ຢືນຢັນວ່າ ໃນໄລຍະ 56 ປີຜ່ານມາ, ອາຊຽນ ແມ່ນປັດໃຈສຳຄັນຢ່າງແທດຈິງທີ່ຂາດບໍ່ໄດ້ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໂດຍຕາງໜ້າໃຫ້ສະຖານກົງສູນບັນດາປະເທດສະມາຊິກ ອາຊຽນ, ທ່ານ Agustaviano Sofjan, ຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ, ຖືວ່າ, ການສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄືດັ່ງຄຳຕັກເຕືອນທີ່ວ່າ: ຄວາມສາມັກຄີ ແລະ ການຮ່ວມມື ບໍ່ພຽງແຕ່ແມ່ນບັນດາອຸດົມຄະຕິອັນສູງສົ່ງເທົ່ານັ້ນ, ຫາກຍັງແມ່ນຕົວຈິງເພື່ອອາດສາມາດບັນລຸໄດ້; ສະແດງໃຫ້ເຫັນກຳລັງແຮງຂອງບັນດາປະເທດ ທີ່ພ້ອມກັນສ້າງອະນາຄົດທີ່ດີງາມກວ່າໃຫ້ແກ່ປະຊາຊົນ, ຮ່ວມແຮງຮ່ວມໃຈມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາຍໃນ ແລະ ນອກພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ