8 ປະເທດ ອາຟຣິກກາ ຢັ້ງຢືນ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ

(VOVWORLD) -ໄລ່ມາຮອດວັນທີ 16 ມິຖຸນາ ມີ 8 ປະເທດ ອາຟຣິກກາ  ໄດ້ລາຍງານວ່າ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ. ໃນນັ້ນ ນີເຊເຣຍ ຢັ້ງຢືນມີຈຳນວນຜູ້ຕິດພະຍາດຫຼາຍກວ່າໝູ່ຄື 36 ກໍລະນີ.
8 ປະເທດ ອາຟຣິກກາ ຢັ້ງຢືນ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ - ảnh 1ອາການພະຍາດໝາກສຸກລີງ

    ຜູ້ອຳນວຍການພາກພື້ນ ອາຟຣິກກາ ຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ ໄລ່ມາຮອດວັນທີ 16 ມິຖຸນາ ມີ 8 ປະເທດ ອາຟຣິກກາ  ໄດ້ລາຍງານວ່າ ມີບັນດາກໍລະນີຕິດພະຍາດ ໝາກສຸກລີງ. ໃນນັ້ນ ນີເຊເຣຍ ຢັ້ງຢືນມີຈຳນວນຜູ້ຕິດພະຍາດຫຼາຍກວ່າໝູ່ຄື 36 ກໍລະນີ. ບັນດາປະເທດທີ່ຍັງເຫຼືອໄດ້ຢັ້ງຢຶນ ບັນດາກໍລະນີຕິດພະຍາດແມ່ນ ກົງໂກ, ສາທາລະນະ ອາຟຣິກກາກາງ, ເບນິນ,  ກາເມລູນ, ການາ ແລະ ມາຣົກ. ນອກຈາກນັ້ນບາງປະເທດອື້ນທີ່ຍັງບໍ່ເຄີຍມີຜູ້ຕິດພະຍາດດັ່ງກ່າວ ກໍ່ໄດ້ລາຍງານຢັ້ງຢືນມີຜູ້ຕິດພະຍາດ ໝາກສຸກລີງ.

 ຕາມຂໍ້ມູນຂອງອົງການອະນາໄມໂລກ ສະແດງໃຫ້ເຫັນວ່າ ໄລ່ມາຮອດປັດຈຸບັນໃນໂລກໄດ້ຢັ້ງຢືນມີຜູ້ຕິດພະຍາດໝາກສຸກລີງ ຫຼາຍກວ່າ 1.600 ຄົນ ແລະ ມີ 1.500 ກໍລະນີ ສົງໄສຕິດພະຍາດນີ້ . ໃນຈຳນວນດັ່ງກ່າວມີ 7 ປະເທດເຄີຍຢັ້ງຢືນມີບັນດາກໍລະນີຕິດເຊື້ອພະຍາດດັ່ງກ່າວ ມາແຕ່ຫຼາຍປີມານີ້ແລະ ຫຼາຍກວ່າ 30 ປະເທດໃໝ່ຫາກໍ່ປາກົດມີກໍລະນີຕິດພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ