95% ຈຳນວນພົນລະເມືອງ ຫວຽດນາມ ເຂົ້າຮ່ວມການປະກັນສຸຂະພາບໃນປີ 2025

(VOVWORLD) -ບັນດາທ້ອງຖິ່ນທີ່ຕ້ອງບັນລຸຫຼາຍກວ່າ 90% ໃນປີ 2022 ລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ອານຢາງ, ບ່າເຣີຍ-ວູງເຕົ່າ…
95% ຈຳນວນພົນລະເມືອງ ຫວຽດນາມ ເຂົ້າຮ່ວມການປະກັນສຸຂະພາບໃນປີ 2025 - ảnh 1(ພາບປະກອບ: vneconomy.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຫາກໍ່ຊີ້ນຳຮຽກຮ້ອງບັນດາທ້ອງຖິ່ນໃຫ້ພົນລະເມືອງ 95% ເຂົ້າຮ່ວມການປະກັນສຸຂະພາບໃນປີ 2025. ໃນຈຳນວນນີ້, ບັນດາທ້ອງຖິ່ນທີ່ຕ້ອງບັນລຸຫຼາຍກວ່າ 90% ໃນປີ 2022 ລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ອານຢາງ, ບ່າເຣີຍ-ວູງເຕົ່າ… ຄອບຄົວໃກ້ລະດັບທຸກຍາກ, ທຸກຍາກຫຼາຍດ້ານ ຈະໄດ້ຮັບການໜູນຊ່ວຍກ່ຽວກັບການປະກັນສຸຂະພາບ, ດ້ວຍເປົ້າໝາຍແມ່ນທຸກຄົນລ້ວນແຕ່ໄດ້ເຂົ້າຮ່ວມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສຶກສາ ແລະ ບຳລູງສ້າງ ຫວຽດນາມ ຮັບປະກັນວ່າ ນັກຮຽນ, ນັກສຶກສາໝົດທຸກຄົນໄດ້ເຂົ້າຮ່ວມປະກັນສຸຂະພາບປີ 2023. ກະຊວງສາທາລະນະສຸກຊີ້ນຳຮາກຖານກວດ, ປິ່ນປົວພະຍາດຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ທ່າທີຮັບໃຊ້ຜູ້ເຂົ້າຮ່ວມການປະກັນສຸຂະພາບ; ດັດປັບຂັ້ນຕອນການຊຳລະ, ກວດ ປິ່ນປົວພະຍາດດ້ວຍບັດປະກັນສຸຂະພາບ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ.

        ປະຈຸບັນ, ຫວຽດນາມ ມີພົນລະເມືອງເຂົ້າຮ່ວມການປະກັນສຸຂະພາບ 91% ແລ້ວ. ດ້ວຍເປົ້າໝາຍດັ່ງກ່າວ, ນັບແຕ່ນີ້ຮອດປີ 2025, ຈະມີພົນລະເມືອງ 4% ເຂົ້າຮ່ວມການປະກັນສຸຂະພາບຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ