ADB ຄາດຄະເນເສດຖະກິດຫວຽດນາມ ເຕີບໂຕ 6,5% ໃນປີ 2017

ADB ຄາດຄະເນເສດຖະກິດຫວຽດນາມ ເຕີບໂຕ 6,5% ໃນປີ 2017 - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 10/4, ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB) ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ບົດ​ລາຍ​ງານ​ແງ່​ຫວັງ​ພັດ​ທະ​ນາ ອາ​ຊີ (ADO), ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ຊີ ປີ 2017. ບົດ​ລາຍ​ງານ​ຂອງ ADB ຮັບ​ຮູ້​ວ່າ​ໃນ​ປີ 2017, ບັນ​ດາລະ​ດັບ​ສະ​ຖິ​ຕິ​ໄດ້​ຮັບ​ການ​ຮັກ​ສາ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ຈະ​ຊຸກ​ຍູ້​ຂະ​ແໜງ​ຜູ້​ປະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ຊ່ວຍ​ເພີ່ມ​ທະ​ວີ​ແຫຼ່ງ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ນັບ​ທ​ັງ​​ຂ​ະ​ນະ​ທີ່ການ​ຄ້າ​​ໃນພາກ​ພື້ນ ແລະ ທົ່ວ​ໂລກ​ສືບ​ຕໍ່​ຫລຸດ​ລົງ. ທ່ານ Eric Sidgwick, ຜູ້​ອຳ​ນ​ວຍ​ການ​ແຫ່ງ​ຊາດ​ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ລະ​ດັບ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໃນ​ປີ​​ນີ້ຄາດ​ຄະ​ເນ​ຢູ່​ໃນ​ລະ​ດັບ 6,5%. ລະ​ດັບ​ການ​ເຕີບ​ໂຕນີ້​ຊ້ຳ​ບໍ່​ໜຳ​ຈະ​ເພີ່ມ​ຂຶ້ນ​ໜ້ອຍ​ໜຶ່ງ​ໃນ​ປີ 2018 ຢູ່​ໃນ​ລະ​ດັບ 6,7%. ລະ​ດັບ​ການ​ເຕີບ​ໂຕ​ຍັງ​ສືບ​ຕໍ່​ອີງ​ໃສ່​ເຂົ້າ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ຄວາມ​ຕ້ອງ​ການ​ໃຊ້​ສອຍ ແລະ ນະ​ໂຍ​ບາຍ​ເບີດ​ປະ​ຕູ​ຕະຫຼາດ, ​ຫັ​ນ​ການ​ຄ້າ​ເປັນ​ເສ​ລີ​ໂດຍ​ຜ່ານບັນ​ດາ​ສັນ​ຍາ​ການ​ຄ້າ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ. ພ້ອມ​ທັງ​, ແງ່​ຫວັງ​ເຕີບ​ໂຕ​ຂອງ ຫວຽດ​ນາມ ກໍ່​ຈະ​ໄດ້​ຮັບ​ຜົ​ນ​ປະ​ໂຫຍດ​ຈາກວິ​ວັດ​ການ​ຟື້ນ​ຟູ​ລາ​ຄາ​ທົ່ວ​ໂລກ ໃນ​ປີນີ້ ແລະ ການ​ເສີມ​ຂະ​ຫຍາຍ​​ຄຸນ​ປະ​ໂຫຍດ​ຂອງ​ລາ​ຄາ​ຈາກ​ປີ 2016.”


ຕອບກັບ

ຂ່າວ/ບົດ​ອື່ນ