AMM-49ອອກຖະແຫຼງການສະແດງຄວາມວິຕົກກັງວົນຕໍ່ບັນຫາທະເລຕາເວັນອອກ

AMM-49ອອກຖະແຫຼງການສະແດງຄວາມວິຕົກກັງວົນຕໍ່ບັນຫາທະເລຕາເວັນອອກ - ảnh 1
ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM - 49)

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM - 49) ດຳ​ເນີນ​​ຢູ່ ລາວ​ ​ໃນ​ວັນ​ທີ 24/07, ບັນດາ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ AMM – 49. ວັນ​ທີ 25/07 ຖະ​ແຫຼ​ງການ​ນີ້ ​ໄດ້​ຮັບ​ການ​ປະກາດ, ​ໃນ​ນັ້ນ ​ໄດ້​ເຕື້ອງ​ເຖິງ​ບັນ​ຫາ​ເສດຖະກິດ - ສັງຄົມ, ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ…​ ​ພິ​ເສດ​​ເນື້ອ​ໃນຂອງ​ຖະ​ແຫຼ​ງການແມ່ນ ມີ​ພາກສ່ວນ​ໜຶ່ງ​ເວົ້າ​ສະ​ເພາະ​ກ່ຽວ​ກັບ​ທະ​ເລຕາ​ເວັນ​ອອກ, ​ໃນ​ນັ້ນ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາການ​ຜັນ​ແປມໍ່ໆ​ມາ​ນີ້ ກໍ່​ຄື​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ໄດ້​ຢັ້ງຢືນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ ​ແລະ ຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ ຜ່ານ​​ເຂດ​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ກໍ່​ຢັ້ງຢືນ​ຄືນ​ໃໝ່​ເຖິງ​ຄວາມ​ຈຳ​ເປັນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ ແລ​ະ ກັນ, ລະງັບ​ບັນດາ​ການ​ກະທຳ​ທີ່​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສັບສົນ​ຂຶ້ນ​ຕື່ມ ​ແລະ ປະຕິບັດ​ຕາມ​ບັນດາ​ມາດ​ຕະການ​ສັນຕິພາບ​​ໃຫ້​ແກ່​ບັນດາ​ການ​ຂັດ​ແຍ້​ງກັນ​ຕາມ​ກົດໝາຍ​ສາກົນ, ລວມມີ ທັງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ ​ທະ​ເລປີ 1982 (UNCLOS). ຖະ​ແຫຼ​ງການ ​ກໍ່ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງບໍ່​ຫັນ​ເປັນ​ການ​ທະຫານ ​ແລະ ລະງັບ​ການ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທັງ​ໝົດ, ລວມມີ ການ​ປ່ຽນ​ແປງ​ສະພາບ​ເດີມ ​ເຊິ່ງອາດ​ຈະ​​ເຮັດ​ໃຫ້​ສະພາບການ​ມີ​ຄວາມ​ສັບສົນ ​ແລະ ກໍ່ຄວາມ​ເຄັ່ງ​ຕຶງຂຶ້ນ​ຕື່ມ​​ຢູ່​ທະ​ເລຕາ​ເວັນ​ອອກ​ ​ ປີນ​ຂັ້ນ​ໄດ. ຖະ​ແຫຼ​ງການ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ​ໃນ​ຂະນະ​ນັ້ນ ກໍ່​ເນັ້ນ​ໜັກ​ເຖິງ ​ເລື່ອງ​ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ປະຕິບັດ​ ​ແລະ ຮັບຮອງ​ເອົາກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນໂດຍ​ໄວ, ລວມມີ ທັງ​​ເລື່ອງ​​ເພີ່ມ​ທະວີ​ບັນດາ​ການ​ພົບ​​ປະ​ເປັນ​ປະຈຳ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່ ອາ​ຊຽນ ​ແລະ ຈີນ ​ແລະ ບັນດາ​ພົບ​ປະ​ຂອງ​ກຸ່ມ​ປະຕິບັດ​ງານ​ລວມກ່ຽວ​ກັບ​ການ​ປະຕິບັດ DOC.

 

 

ຂ່າວ/ບົດ​ອື່ນ