BosniaແລະHerzegovinaມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືເສດຖະກິດກັບຫວຽດນາມ


BosniaແລະHerzegovinaມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືເສດຖະກິດກັບຫວຽດນາມ - ảnh 1
ທ່ານ Denis Zvizdic ນາ​ຍົກ​ລັດ​ຖະ​ມົນ​ຕີ Bosnia-Herzegovina
ພາບ:baomoi.com

(vovworld) –  ຫວຽດນາມ ຖື​ເປັນ​ສຳຄັນ​ການ​ເພີ່​ມທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ Bosnia ​ແລະ Herzegovina. ​ເຖິງ​ວ່າ​ປະຈຸ​ບັນ​ການ​ແລກປ່ຽນ​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຍັງ​ຈຳກັດ​ຢູ່, ​ແຕ່​ວ່າ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ. ນັ້ນ​ແມ່ນ​ຄວາມ​ເຫັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ Bosnia ​ແລະ Herzegovina ຫງວຽນ​ແທງ​ຕ໋ວນ ​ເມື່ອ​ຍື່ນ​ສານ​ຕາ​ຕັ້ງ​ເຖິງ​ທ່ານ Mladen Ivanic, ປະທານ​ສະພາ​ປະທານາທິບໍດີ Bosnia ​ແລະ Herzegovina, ຫວ່າງ​ແລ້ວ​ນີ້. ສ່ວນທ່ານ Mladen Ivanic ຖື​ວ່າ:​ ປະຈຸ​ບັນ Bosnia ​ແລະ Herzegovina ພວມ​ຍູ້​ແຮງ​ວິວັດທະນາ​ການ​ເຊື່ອມ​ໂຍງ, ສະ​ນັ້ນ​ບັນດາ​ຜົນງານ​ແຫ່ງ​ການ​ພັດທະນາ​ຂອງ ຫວຽດນາມ 40 ປີ​ພາຍຫຼັງ​ສົງຄາມ ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້ Bosnia ​ແລະ Herzegovina
ຂ່າວ/ບົດ​ອື່ນ