EPຮຽກຮ້ອງບັນດາປະເທດEUເພີ່ມທະວີມາດຕະການຄວບຄຸມວິກິດການ

EPຮຽກຮ້ອງບັນດາປະເທດEUເພີ່ມທະວີມາດຕະການຄວບຄຸມວິກິດການ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 06/10, ທີ່ກອງປະຊຸມ​ຄົບ​ຄະນະ​ຂອງລັດຖະສະພາ​ເອີ​ລົບ (EP), ບັນດາ​ສະມາຊິກ​ລັດຖະສະພາ​ໄດ້​ປຶກສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ສະຫຼຸ​ບຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາ​ບ​ເອີ​ລົບ (EU), ​ເຊິ່ງຖືກ​ຈັດ​ຂຶ້ນ​​ເມື່ອ​ວັນ​ທີ 23/09 ຢູ່​ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ, ກ່ຽວ​ກັບ​ວິ​ກິດການ​ຊາວອົບ​ພະຍົບ ​ແລະ ​ເນັ້ນ​ໜັກ​ວ່າ, ບັນດາ​ປະ​ເທດ EU ຕ້ອງ​ເພີ່ມ​ທະວີມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ວິ​ກິດ​ການ​ນີ້ ​ເພື່ອ​ບໍ່​ປະ​ໃຫ້​ມັນ​ຖືກ​​​ແຜ່ລາມກວ້າງອອກ​ສູ່​​ທົ່ວໂລກ.  ກ່າ​ວຄຳ​ເຫັນ​ທີ່​ກອງະ​ປະ​ຊຸ​ມ, ທ່ານ​ປະທານ​ສະພາ​​ເອີ​ລົບ Donald Tusk ຖື​ວ່າ: ໜ​້າທີ່​ລວມຂອງ​ທົ່ວ​ເອີ​ລົບ ​ແມ່​ນຕ້ອງ​ຊ່ວຍ​ເຫຼືອ​ຊາວ​ອົບ​ພະຍົບ ​ແລະ ປົກ​ປັກ​ຮັກສາ​ເຂດຊາຍ​ແດນ​ນອກ​ກຸ່ມ. ທ່ານ​ກໍ​ເນັ້ນ​ໜັກ​ວ່າ, ຄວາມ​ຮຽກຮ້ອງ​ທຳ​ອິດ​ໃນ​ປະຈຸ​ບັນ​ແມ່ນ​ສ້າງ​ຕັ້ງການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ນອກ EU ຄືນ​ໃໝ່. ສ່ວນ​ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ເອີ​ລົບ Jean Claude Juncker ​ເນັ້ນ​ໜັກ​ວ່າ, ບໍ່​ພຽງ​ແຕ່ສັງ​ເກດ​ພຽງ​ພາຍ​ນອກ​ເທົ່າ​ນັ້ນ, ຫາກ​ຕ້ອງ​ພິຈາລະນາ​ບັນດາ​ບັນ​ຫາກ່ຽວ​ຂ້ອງ​ຢູ່​ນອກ​ເອີ​ລົບ ​​ອີກ​ດ້ວຍ. ຕວກກີ ​ແລະ EU ຕ້ອງ​ສົມທົບ​ກັນ​ບົນ​ເສັ້ນທາງ​ນີ້, ຕ້ອງມຸ່ງ​ໄປ​ເຖິງ​ການ​ຊ່ວຍ​ເຫຼືອບັນດາ​ຄົນ​ທຸກ​ຍາກ​ທີ່​ພວມ​ມານະ​ພະຍາຍາມ​ໄປ​ຮອດ​ຝັ່ງ​ທະ​ເລ​ເອີ​ລົບ.

ຂ່າວ/ບົດ​ອື່ນ