FTAຫວຽດນາມ-ສ.ເກົາຫຼີ:ນຳມາເຊິ່ງຫຼາຍກາລະໂອກາດສົ່ງອອກໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ

FTAຫວຽດນາມ-ສ.ເກົາຫຼີ:ນຳມາເຊິ່ງຫຼາຍກາລະໂອກາດສົ່ງອອກໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ - ảnh 1
ພາບປະ​ກອບ

(vovworld) – ​​​​​​​ ກອງ​ປະ​ຊຸມ​ສຳ​ມະ​ນາ “ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ. ເກົາຫຼ​ີ: ເນື້ອ​ໃນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ, ຜົນ​ກະ​ທົບ​ເຖິງວິ​ສາ​ຫະ​ກິດ ຫວຽດ​ນາມ”, ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ, ກະ​ຊວງ​ການ​ເງິນ ແລະ ຫ້ອງ​ການ​ການ​ຄ້າ - ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ຈັດ​ຕັ້ງ​ໃນ​ວັນ​ທີ 22/5, ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ນະ​ທີ່ນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ຟັງ​ຜູ້​ຕາງ​ໜ້າ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ໄຈ້​ແຍກ​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ເມື່ອ​ປະ​ຕິ​ບັດ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ. ເກົາຫຼີ. ຕາມ​ທ່ານ ຟ້າມ​ຄັກ​ຕວຽນ, ຫົວ​ໜ້າ​ຫ້ອງ​ການ​ອາ​ຊີ​ຕ​າ​ເວັນ​ອອ​​ກສ່ຽງ​ເໜືອ, ກົມ​ຕະຫຼາດ ອ​າຊ​ີ - ປາ​ຊີ​ຟິກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ແລ​້ວ, ຄຽງ​ຂ້າງ​ບັນ​ດາ​ກາ​ລະ​ໂອ​ກາດ, ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ່​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ການ​ທ້າ​ທາຍ​ເມື່ອ​ເຂົ້າ​ຮ່ວມ​ສັນ​ຍານີ້:

        “ວິ​ສາ​ຫະ​ກິດ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​​ລະ​ບົບ​ໃຫຍ່​ຂອງ ສ. ເກົາຫຼີ. ຕາມ​ປົກ​ກະ​ຕິແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ ສ. ເກົາຫຼີ ເກັ​ບ​ຊື້​ສິນ​ຄ້າ​ຂອງວິ​ສາ​ຫະ​ກິດ​ຢູ່​ຕ່າງ​ປະ​ເທດ​ສ່ວນຫຼາຍ​ໄດ້​ແມ່ນ​ສົນ​ໃຈ​ເຖິງຄຸນ​ນະ​ພາບ​ສິນ​ຄ້າ, ລາ​ຄາ ແລະ ເວ​ລາ​ສົ່ງ​ສິ​ນ​ຄ້າ. 3 ປັດ​ໄຈ​ໃຫຍ່ນີ້​ລ້ວນ​ແຕ່​ໂດຍ​ບັນ​ດາ​ນັກ​ສົ່ງ​ອອກ ສ. ເກົາຫຼີ ຍົກ​ອອກ​ມາ.”


ຂ່າວ/ບົດ​ອື່ນ