G20ກ່າວເຕືອນBrexitຈະສ້າງໄພຂາດສະຖຽນລະພາບສຳລັບການເຕີນໂຕ

G20ກ່າວເຕືອນBrexitຈະສ້າງໄພຂາດສະຖຽນລະພາບສຳລັບການເຕີນໂຕ - ảnh 1
G20 ກ່າວ​ເຕືອນBrexitຈະ​ສ້າງ​ໄພ
ຂາດ​ສະ​ຖຽນລະ​ພາບ​ສຳ​ລັບ​ການ​ເຕີນ​ໂຕ
(ພາບ: THX/TTXVN)

(vovworld) - ​​ ​​​​ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ, ຕອນ​ບ່າຍ​ວັນ​ທີ 24/07, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນແລະ​ຜູ້​ວ່າ​ການ​ທະ​ນາ​ຄານ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​​ແຖວ​ໜ້າ​ຂອງ​ໂລກ (G20) ໄດ້​ອັດ​ລົງ ຢູ່ ຊື​ຈ​ວານ,​ ແຂວງ ເຈິງ​ຕຸ, ປະ​ເທດ​ຈີນ, ດ້ວຍ​ການ​ອອກ​ຖະ​ແຫຼງ​ການ​ຮ່ວມ, ໃນ​ນັ້ນ​ໄດ້​ຫວນ​ຄື​ນ​ຄຳ​ໝັ້ນ​ສັນ​ຍາ​ນຳ​ໃຊ້​ເຄື່ອງ​ມື​ນະ​ໂຍ​ບາຍ​​ທັງ​ໝົດເພື່ອ​ໜູນ​ຊ່ວຍ ແລະ ຊຸກ​ຍູ​້​ການ​ເຕີບ​ໂຕ​ທົ່​ວ​ໂລກ. ໃນ​ຖະ​ແຫຼງ​ການ​ຮ່ວມ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ G20, ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ, ຈີນ, ອັງ​ກິດ ແລະ ເຢຍ​ລະ​ມັນ ໄດ້​ຍອມ​ຮັບ ວິ​ວັດ​ທະ​ການ​ຟື້ນ​ຟ​ູ​ເສດ​ຖະ​ກິດ​ທົ່ວ​ໂລກ​ຍັງ​​ຄົງສືບ​ຕໍ່, ແຕ່​ອ່ອນ​ແອກວ່າ​ຄວາມ​ມຸ່ງ​ຫວັງ. ຖະ​ແຫຼງ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ, ເລື່ອງ​ອັງ​ກິດ ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (EU), ຫຼື ເອີ້ນ​ວ່າ Brexit, ໄດ້​ວາງ​ອອກ​ບັນ​ດາ​ໄພ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ກ່ອນອ​ື່ນ​ໝົ​ດ​ແມ່ນ​ສ້າງ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ, ແຕ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ G 20 ໄດ້​ພ້ອມ​ແລ້ວ​​ທີ່​ຈະເປັນ​ເຈົ້າ​ການ​ຮັບ​ມື​ກັບ​ບັນ​ດາ​ຜົນ​ກະ​ທົບ​ດ້ານ​ການ​ເງິນ ແລະ ເສດ​ຖະ​ກິດ​ໂດຍ Brexit ກໍ​​ຂຶ້ນ.

ຂ່າວ/ບົດ​ອື່ນ