IFAD ອຸປະຖຳໃຫ້ ຫວຽດນາມ 22 ລ້ານ USD ເພື່ອລົບລ້າງ ຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ

IFAD ອຸປະຖຳໃຫ້ ຫວຽດນາມ 22 ລ້ານ USD ເພື່ອລົບລ້າງ ຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ - ảnh 1
ພິທີ​ລົງ​ນາມ​ໃນ​ສັນຍາ​ອຸປະຖຳ​ 22 ລ້ານ USD ຂອງ IFAD ໃຫ້​ຫວຽດນາມ
(ພາບ: vietnamplus.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 25/11, ທີ່​ສຳນັກງານ​ຂອງ​ກອງ​ທຶນ​ພັດທະນາ​ກະສິກຳ​ສາກົນ (IFAD) ຢູ່​ນະຄອນຫຼວງ Rome, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ສັນຍາ​ອຸປະຖຳ​ 22 ລ້ານ USD ຂອງ IFAD ໃຫ້​ຫວຽດນາມ. ບ້ວງ​ເງິນ​ໜູນ​ຊ່ວຍຄັ້ງ​ນີ້ແມ່ນຊ່ວຍໃຫ້​ບັນດາ​ຊາວ​ກະສິກອນທີ່​ປະສົບກັບ​ຄວາມ​ທຸກຍາກ​ເພີ່ມ​ມູນ​ຄ່າ​ການ​ຜະລິດ, ຫລຸດຜ່ອນ​ສະພາບບໍ່ໄດ້ຮັບຜົນ ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ບັນດາ​ເງື່ອນ​ໄຂຮ້າຍແຮງຂອງ​ອາກາດ. ຄາດ​ວ່າ, ​ໂຄງການ​ຈະ​ຜັນ​ຂະຫຍາຍ​ຢູ່ 30 ​ຕາ​ແສງ 30 ​ຂອງ 5 ​ເມືອງໃນ​ແຂວງ​ຮ່າ​ຢາງ ນັ້ນ​ແມ່ນ​ບັກ​ກວາງ, ຮ່ວາງ​ຊຸ​ຟີ່, ກວາງ​ບີ່​ງ, ວິ​ຊວຽນ ​ແລະ ຊິ໋ນ​ເມິ່ນ.

ຂ່າວ/ບົດ​ອື່ນ