IPU 132 ພະຍາຍາມຊຸກຍູ້ການຮັບຮອງມະຕິຮັບປະກັນເຄືອຂ່າຍອິນເຕີເນັດໃນສັນຕິພາບ


  IPU 132 ພະຍາຍາມຊຸກຍູ້ການຮັບຮອງມະຕິຮັບປະກັນເຄືອຂ່າຍອິນເຕີເນັດໃນສັນຕິພາບ - ảnh 1
ວາ​ລະ​ປະ​ຊຸມ​ຂອງຄະ​ນະ​ກຳ​ມາ​ທິ​ການ​ປະ​ຈຳ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ສາ​ກົນ ໃນ​ຂອບ​ເຂດ IPU 132

(vovworld)-ໂດຍ​ສືບ​ຕໍ່ການ​ເຄື່ອນ​ໄຫວ​ຂອງກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສ​ະ​ພາ​ສາ​ກົນ 132 (IPU 132 ), ​ຕອນ​ເຊົ້າວັນ​ທີ 30/3, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມາ​ທິ​ການ​ປະ​ຈຳ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ສາ​ກົນສືບ​ຕໍ່​ປຶກ​ສາ​ຫາ​ລື​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 3 ແນ​ໃສ່​ສ້າງຮ່າງ​ມະ​ຕິ​ກ່ຽວ​ກັບ​ສົງ​ຄາ​ມ​ທາງ​ເຄືອ​ຂ່າຍອິ​ນເຕີ​ເນັດ - ຊຶ່ງ​ເປັນ​ໄພ​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ໂລກ. ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ໄຈ້​ແຍກ, ເຮັດ​ໃຫ້​ຈະ​ແຈ້ງ​ກ່ຽວ​ກັບ​ບົດ​ບາດ, ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ລັດ​ຖະ​ສະ​ພາ​ໃນ​ຄຳ​ນິ​ຍາມ ແລະ ຄວາມ​ສຳ​ນຶກ​ກ່ຽວ​ກັບ ສົງ​ຄາ​ມ​ທາງ​ເຄືອ​ຂ່າຍອິນ​ເຕີ​ເນັດ. ບັນ​ດາ​ຜູ້​ແທນ​ໄດ້​ເປັນ​ເອ​ກະ​ພາບ​ຢ່າງ​ສູງ​ຕໍ່​ຄວາມ​ຈຳ​ເປັນ​ໃນ​ການ​ສ້າງ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ ເຄືອ​ຂ່າຍອິ​ນເຕີ​ເນັດໃຫ້​ສົມ​ບູນ​ແບບ, ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ກຳ​ລັງ​ກໍ່​ການ​ຮ້າຍ ທີ່​ອາດ​ຈະ​ນຳ​ໃຊ້ ເຄືອ​ຂ່າຍອິ​ນເຕີ​ເນັດ​ເພື່ອ​ປະ​ຕິ​ບັດ​ໂທດ​ກຳ​ຂອງ​ຕົນ, ພິ​ເສດ​ແມ່ນ​ການ​ແຜ່ບໍ​ລິ​ຈາກເງິນ​ໃຫ້​ແກ່​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ…

 

ຂ່າວ/ບົດ​ອື່ນ