MERCOSURເພີ່ມທະວີການພົວພັນຮ່ວມມືກັບອາຊຽນ

MERCOSURເພີ່ມທະວີການພົວພັນຮ່ວມມືກັບອາຊຽນ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 04/06, ຢູ່​ນະຄອນຫຼວງ Montevideo ຂອງ​ Uruguay ​ໄດ້​ຈັດ​ພິທີ​​ເປີ​ດສະ​ຫຼອງ​ຫ້ອງການ​ການ​ຄ້າ​ກຸ່ມ​ຕະຫຼາດ​ລວມອາ​​​ເມລິ​ກາ​ໃຕ້ (MERCOSUR) - ອາຊຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ Uruguay, Rodolfo Nin Novoa ​ໄດ້​ຕີ​ລາຄາ​ສູງ​ກາລະ​ໂອ​ກາດ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ບັນດາ​ປະ​ເທດ​ອາ​​ເມລິ​ກາ​ໃຕ້ ກັບ 10 ປະ​ເທດ​ອາ​ຊຽນ. ທ່ານ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ສ້າງ​ຕັ້ງຫ້ອງການ​ການ​ຄ້າ MERCOSUR-ອາ​ຊຽນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ 2 ກຸ່ມ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ເປີດ​ບັນດາ​​ແງ່​ຫວັງ​​ໃນ​ການຮ່ວມ​ມື ​ແລະ ຈະ​ແມ່ນ​ສະຖານ​ທີ່​ສະ​ໜອງ​​ຂໍ້​ມູນ​ກ່ຽວ​ກັບ​ກາລະ​​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອາ​​ເມ​ລິ​ກາ​ໃຕ້.



ຂ່າວ/ບົດ​ອື່ນ