NATO ແຈ້ງຈຸດເວລາຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ

NATO ແຈ້ງຈຸດເວລາຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ - ảnh 1
ໂຄ​ສົກ​ອົງ​ການ NATO ທ່ານນາງ Oana Lungescu
(​ພາບ​ປະ​ກອບ: AFP/TTXVN)

(vovworld) - ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອົງການສົນທິສັນຍາ​ອັດ​ລັງ​ຕິ​ກ​ເໜືອ (NATO) ຈະ​ດຳ​ເນີນ​ໃນ​ວັນ​ທີ 31/03 ຈະ​ມາ​ເຖິງ. ວັນ​ທີ 27/03, ຜ່ານໂຄ​ສົກ​ອົງ​ການ NATO ທ່ານນາງ Oana Lungescu, ໃຫ້​ຮູ້​ໃນ​ສື່​ສັງ​ຄົມ​ Twitter ວ່າ, ​ໄດ້ຕົກ​ລົງ​​ປ່ຽນຈຸດ​ເວ​ລາ​ຂອງກອງ​ປະ​ຊຸມ​​​ໄປ​ສູ່ຈຸດ​ເວ​ລາ​ໃໝ່​​ເຊິ່ງ​ໄດ້​ຍົກ​ອອກ​ມາ ພາຍ​ຫຼັງ​​ທີ່ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Rex Tillerson ແຈ້ງວ່າ, ບໍ່​ສາ​ມາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ອນນັ້ນ ເຊິ່ງ​ຄາດ​ວ່າ​​ຈະ​ດຳ​ເນີນ​ໃນ​ວັນ​ທີ 05 – 06/04 ຢູ່ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ຍ້ອນ​​ຕ້ອງ​ໄດ້​ກະ​ກຽມ​ໃຫ້​ແກ່​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ປະ​ທານ​ປະ​ເທ​ດ​ຈ​ີນ ສີ​ຈີ້ນ​ຜິງ ໃນ​ວັນ​ທີ 06 – 07/04. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ, ທ່ານ Tillerson ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອົງ​ການ NATO ຖ້າ​ຫາກ​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 31/03.


ຂ່າວ/ບົດ​ອື່ນ