SOM ອາຊຽນ + 3 ແລະ SOM EAS ເປັນເອກະພາບກ່ຽວກັບໂຄງການເຄື່ອນໄຫວ

SOM ອາຊຽນ + 3 ແລະ SOM EAS ເປັນເອກະພາບກ່ຽວກັບໂຄງການເຄື່ອນໄຫວ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 2/8, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ຊຽນ​ໄດ້ ​ໂຮມ​ປະຊຸມ ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ, ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາຊຽນ ປະຈຳ​ປີ ຄັ້ງ​ທີ 48 (AMM 48) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ຊຶ່ງ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 4/8 . ນີ້​ແມ່ນ​ກ​ອງປະ​ຊຸມຈັດ​ກຽມ ​ເພື່ອ​ແນ​ໃສ່​ກະກຽມ​ລາຍການ​ເຄື່ອນ​ໄຫວ, ​ເນື້ອ​ໃນ​ໃຫ້ການ​ປະຊຸມ, ພ້ອມ​ທັງ​ກວດກາ​ບັນດາ​​ເອກະສານ​ທີ່​ຈະ​ໄດ້​ຮັບ​ກາ​ນຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຕ່າງໆ​ຄັ້ງ​ນີ້. ກອງ​ປະ​ຊຸມ​ລັດຖະມົນຕີ​ວ່າການ​ກະຊວງ ອາ​ຊຽນ (AMM) ​ແມ່ນ​ເຫດການ​ໜຶ່ງ​ເປັນ​ປະຈຳ​ທີ່​ສຳຄັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ອາຊຽນ ​ໃນ​ປີ​ນີ້. AMM 48 ຈະສະຫລຸບ​ບັນດາ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ຂອງ ອາ​ຊຽນ ​ໃນປີ 2015 ​ເພື່ອ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ, ຊຶ່ງຄາດ​ວ່າ: ຈະ​​ຈັດ​ຂຶ້ນໃນ​ເດືອນ 11 ມາ​ເຖິງ. ​ໃນ​ສະພາວະ, ກຳນົດ​ເວລາ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ຍັງ​ເຫຼືອພຽງ​ສອງ, ສາມ ​ເດືອນ​​ເທົ່ນນັ້ນ, ພ້ອມ​ທັງ​ມີ​ ​ບັນດາ​ການ​ຜັນ​ແປທີ່​ສັບສົນ​ກ່ຽວ​ກັບ ສະພາບ​ການ​ໃນ​ພາກ​ພື້ນ​ສາກົນມີ, ຮຽກຮ້ອງ​ໃຫ້ບັນດາລັດຖະມົນ​ຕີ​ ອາ​ຊຽນ ຄວນ​ຍົກ​ອອກບັນດາ​ແຜນການ​ພັດທະນາຕ່າງໆຢ່າງ​ມີ​ປະສິດທິ​ຜົນ ​ແລະ ສາມາດ​ເຊື່ອມ​ຈອດ ອາ​ຊຽນ ກັບ ບັນດາຄູ່​ຮ່ວມ​ມື​ຕ່າງໆ​ໄດ້.
     ແລະ​ກໍໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 48 AMM 48 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 3/8, ກອງ​ປະ​ຊຸມ​SOM ອາ​ຊຽນ + 3 ແລະ ກອງ​ປະ​ຊຸມ​ SOM EAS ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຮ່​ວາຍ​ຈຸງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ​.

     ທີ່ກອງ​ປະ​ຊຸມ SOM ອາ​ຊຽນ + 3, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງອາ​ຊຽນ + 3 ໄດ້​ກວດ​ກາ​ຄືນ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ປັບ​ປຸງອາ​ຊຽນ + 3 ໄລ​ຍະ 2013 – 2017, ພິ​ຈາ​ລະ​ນາ​ຄືນ​ບົດ​ລາຍ​ງານ​ຂອງ​ກຸ່ມ​ວິ​ໄສ​ທັດ​ອາ​ຊີ​ຕາ​ເວັນ​ອອກ 2 ເພື່ອ​ວາງ​ທິດ​ທາງ​ການ​ເຄ​ື່ອນ​ໄຫວ​ຮ່ວມ​ມື​ຂອງອາ​ຊຽນ + 3.

 ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 48 AMM 48 ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4/8 ຢູ່​ນະ​ຄອນຫຼວງ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ

   

ທູ​ຫ່ຽນ ຈາກ ມາ​ເລ​ເຊຍ

ຂ່າວ/ບົດ​ອື່ນ