TPPຈະສ້າງບາດກ້າວບຸກທະລຸເພື່ອໃຫ້ຫວຽດນາມຍູ້ແຮງການສົ່ງອອກແລະຍົກສູງກຳລັງແກ່ງແຍ້ງ

TPPຈະສ້າງບາດກ້າວບຸກທະລຸເພື່ອໃຫ້ຫວຽດນາມຍູ້ແຮງການສົ່ງອອກແລະຍົກສູງກຳລັງແກ່ງແຍ້ງ - ảnh 1
(ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​
ອຸດ​ສາ​ຫະກຳ​ການຄ​້າຫວຽດນາມ ຫວູຮຸຍ​ຮ່ວາງ)


(vovworld) – ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​​ໃນ​ໂອກາດ​ຫວຽດນາມ ​ແລະ 11 ປະ​ເທດ​ຄູ່​ຮ່ວມ​ມື​ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ສຸດ​ທ້າ​ຍກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ​ໃນ​ວັນ​ທີ 05/10, ຢູ່​ນະຄອນ Atlanta, ປະ​ເທດ​ອາ​ເມ​ລິ​ກາ. ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ອຸດ​ສາ​ຫະກຳ​ການຄ​້າຫວຽດນາມ ຫວູຮຸຍ​ຮ່ວາງ ຢືນຢັນ​ວ່າ: TPP ຮັບ​ຄວາມ​ຫວັງ ​ຈະ​ສ້າງ​ບາດກ້າວ​ບຸກທະ​ລຸ​ເພື່ອ​ໃຫ້​ຫວຽດນາມ​ຍູ້​ແຮງ​ການ​ສົ່ງ​ອອ​ກ ​ແລະ ຍົກ​ສູງກຳລັງ​ແກ່​ງ​ແຍ້​ງຢູ່​ພາຍ​ໃນ​ປະ​ເທດ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກຊ່ຽວຊານ​​ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນປະ​ໂຫຍ​ດຫຼາຍ​ກວ່າ​ໝູ່ ​ໃນ​ຈຳນວນ​ບັນດາ​ປະ​ເທດ​ສະມາຊິກ TPP. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​​ແມ່ນ, ບັນດາ​ຕະຫຼາດ​ໃຫຍ່​ຄື​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ກາ​ນາ​ດາ ​ຫຼຸດພາສີ​ນຳ​ເຂົ້າ​ລົງ 0%, ຈະ​​ເປັນ​ການ​ກະທົບ​ໃຫຍ່​ສຳ​ລັບການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ​ຫວຽດນາມ. ນອກຈາກ​ນັ້ນ, ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ TPP ກ່ຽວ​ກັບ​ການ​ບໍລິການ ​ແລະ ການ​ລົງທຶນ ຄາດ​ວ່າ ຈະ​ມີ​ປະ​ໂຫຍດຢ່າງ​ຕັ້ງໜ້າ​ໃນ​ການ​ປັບປຸງ​ສະພາບ​ແວດລ້ອ​ມ​ແຫ່ງ​ການ​ລົງທຶນຢ່າງຕັ້ງໜ້າ, ປະກອບສ່ວນ​ດຶງ​ດູດ​​ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ. ທ່ານລັດຖະມົນຕີ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ.

        “ຕາມຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ບັນດາ​ລັດຖະມົນຕີ TPP ​ແລ້ວ, ພາຍຫຼັງ​ສິ້ນສຸດ​ການ​ເຈລະຈາ​ນີ້, ບັນດາ​ປະ​ເທດ​ສະມາຊິກ​ຈະ​ປະຕິບັດ​ຂັ້ນ​ຕອນ​ພາຍ​ໃນ. ສະ​ເພາະ​ຫວຽດນາມ, ພວກ​ເຮົາ​ຈະ​ປະຕິບັດ​ວຽກ​ງານ​ສຳຄັນ​ອື່ນໆອີກ​ນັ້ນ​ແມ່ນ, ຈະປະກາດ​ບັນດາ​ຂໍ້​ມູນ​ສັງ​ລວມກ່ຽວວັບ​ເນື້ອ​ໃນ​ຂອງ TPP, ພິ​ເສດ​ແມ່ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ຕະຫຼາດ​ເຊິ່ງພວກ​ເຮົາ​ໄດ້​ເປັນ​ເອກະ​ພາບ​ກັບ​ບັນດາ​ປະ​ເທດ TPP ແລ້ວ. ຍ້ອນ​ມີ​ລັກສະນະສຳຄັນຂອງ​ສັນຍາ​ຄັ້ງ​ນີ້, ກະຊວງ​ອຸດ​ສາ​ຫະກຳການ​ຄ້າ ພ້ອມ​ກັບ​ຄະນະ​ເຈລະຈາ​ຂອງ​ລັດຖະບານ ຈະລາ​ຍງານ​ຕໍ່​ນາຍົກລັດຖະມົນຕີ ​ເພື່ອ​ໃຫ້​ລັດຖະບານ​ລາຍງານ​ຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ​​ເນື້ອ​ໃນ​ຂອງ TPP, ຂໍ​ຄຳ​ເຫັນ​ຊີ້​ນຳ​ກ່ອ​ນທີ່​ພວກ​ເຮົາ​ດຳ​​ເນີນ​ການ​ລົງ​ນາມສັນຍາຢ່າງ​ເປັນ​ທາງ​ການ ​ແລະ ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບຮອງ​ເອົາ.”

ຂ່າວ/ບົດ​ອື່ນ