Timor-Leste ປາດຖະໜາຢາກເຂົ້າເປັນສະມາຊິກອາຊຽນ ໂດຍໄວ

Timor-Leste ປາດຖະໜາຢາກເຂົ້າເປັນສະມາຊິກອາຊຽນ ໂດຍໄວ - ảnh 1
(ພາບປະກອບ)

​(vovworld) –  ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່າ​ນ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອງມິນ ​ຫວ່າງ​ແລ້ວ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື ​ແຫ່ງສາທາລະນະ​ລັດ, ປະຊາທິປະ​ໄຕ Timor-Leste, Harnani Coelho da Silva, ​ໄດ້​ຢືນຢັນ​ຄືນ​ໃໝ່​ວ່າ, ອາ​ຊຽນ ​ແມ່ນບຸລິມະສິດ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ Timor-Leste. ທ່ານລັດຖະມົນຕີ Harnani Coelho da Silva ​​ໄດ້ເນັ້ນ​ໜັກ​ເຖິງຄຳ​ໝັ້ນ​ສັນຍາ ພ້ອມ​ແລ້ວ​ທີ່​ຈະ​​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ. ປະຈຸ​ບັນ Timor-Leste ພວມ​ມານະ​ພະຍາຍາມ​ປະຕິບັດ​ບັນ​ດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດລະບອບລະບຽບ​ການ ​ແລະ ​ແຫຼ່ງຊັບພະຍາກອນມະນຸດ ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ອາ​ຊຽນ. ທ່ານລັດຖະມົນຕີ Harnani Coelho da Silva ​ໃຫ້​ຮູ້​ວ່າ, Timor-Leste ປາດ​ຖະໜາ​ຢາກ​​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ໂດ​ຍ​ໄວ. ສ່ວນ​ທ່ານ​ເລຂາທິການ​ໃຫຍ່ອາ​ຊຽນ ​ເລ​ເລືອ​ງມິ​ງ ​ໄດ້​ຕີ​ລາຄາ​ສູງຂໍ້​ຕົກ​ລົງ​ຍຸດ​ທະ​ສາດຂອງ​ Timor-Leste ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ; ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ຊຽນ ​ແລະ ບັນດາປະ​ເທດ​ສະມາຊິກພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ Timor-Leste, ພິ​ເສດ​ແມ່ນ​ໃນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ກໍ່ສ້າງ​ລະບອບລະບຽບ​ການ.

ຂ່າວ/ບົດ​ອື່ນ