Vietnam Report ປະກາດ top 500 ວິສາຫະກິດໃຫຍ່ຫວຽດນາມປີ 2016

Vietnam Report ປະກາດ top 500 ວິສາຫະກິດໃຫຍ່ຫວຽດນາມປີ 2016 - ảnh 1
Vietnam Report ປະ​ກາດ top 500 ວິ​ສາ​ຫະ​ກິດ​ໃຫຍ່​ຫວຽດ​ນາມ​ປີ 2016
(ພາບ: vietnamnet.vn)

(vovworld) - ວັນ​ທີ 19/01, ຢູ່​ຮ່າ​ໂນ​້ຍ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລ​າຍ​ງານ​ຕີ​ລາ​ຄາ​ຫວຽດ​ນາມ (Vietnam Report) ໄດ້​ຈັດ​ພິ​ທີ​ປະ​ກາດ​​ຕາ​ຕະ​ລາງ​ຈັດ​ອັນ​ດັບ VNR500 – Top 500 ວິ​ສາ​ຫະ​ກິດ​ໃຫຍ່​ຫວຽດ​ນາມ ປີ 2016. ນີ້​ແມ່ນ​ປີ​ທີ 10, ​ທີ່ຕາ​ຕະ​ລາງຈັດ​ອັ​ນ​​ດັບ VNR 500 ໄດ້​ຮັບ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ເພື່ອ​ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ດີ​ເດັ່ນ​​ຫຼາຍ​ຢ່າງ ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ປີ​ການ​ເງິນ 2015. ຢືນ​ອັນ​ດັບ​ທີ 1 ໃນ​ຕາ​ຕະ​ລາງ VNR 500 ວິ​ສາ​ຫະ​ກິດ​ໃຫຍ່​ຫວຽດ​ນາມ ປີ 2016 ແມ່ນກຸ່ມບ​ໍ​ລິ​ສັດ​ນ​້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ, ບໍ​ລິ​ສັດ Samsung Electronics ​ຫວຽດ​ນາມຈຳ​ກັດ, ກ​ຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ກອງ​ທັບ…

        ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຖະ​ແຫຼງ​ຂ່າ​ວ ແລະ ສື່​ສານ ຫງວຽນ​ມິງ​ຮົ່ງ ໄດ້​ຕີ​ລາ​ຄາ​ສູງ​ເຫດ​ການ​ປະ​ກາດ​ຕາ​ຕະ​ລາງ​ຈັດ​ອັນ​ດັບ VNR 500 ປີ 2016, ພ້ອມ​ທັງ​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດດ້ວຍ​ຕົນ​ເອງ ແລະ ຄວາມ​ສາ​ມ​ມວ​ບົ່​ມ​ຊ້ອນເຕີບ​ໂຕ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຫຼາຍ​ແຫ່ງ.

ຂ່າວ/ບົດ​ອື່ນ