Vinamilk ສືບຕໍ່ຖືກຈັດເຂົ້າ Top 100 ວິສາຫະກິດມີມູນຄ່າທີ່ສຸດອາຊຽນ

Vinamilk ສືບຕໍ່ຖືກຈັດເຂົ້າ Top 100 ວິສາຫະກິດມີມູນຄ່າທີ່ສຸດອາຊຽນ - ảnh 1
(ພາບ​ປະ​ກອບ)

(vovworld) - ​ວາ​ລະ​ສານ Nikkei Asian Review ຫາ​ກໍ​ປະ​ກາດ​ບັນ​ຊີ​ລາ​ຍ​ຊື່ 100 ບໍ​ລິ​ສັດ​ມ​ີ​ມູນ​ຄ່າ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ໃນ​ນັ້ນ ບໍ​ລິ​ສັດ Vinamilk ສືບ​ຕໍ່​ແມ່ນ​ບໍ​ລິ​ສັດ​ນ້ຳ​ມົມ​ໜຶ່ງ​ດ່ຽວ​ໃນ​ຂະ​ແໜງ​ນ້ຳ​ນົມ​ຢູ່​ຫວຽດ​ນາມ ຖືກ​ຈັດ​ເຂົ້າ Top 100 ວິ​ສາ​ຫ​ະ​ກິດ​ມີ​ມູນ​ຄ່​າ​ສ​ູງ​ທີ່​ສຸດ​ອາ​ຊຽນ.  ການ​ຄັດ​ເລືອກ Top ບໍ​ລິ​ສັດ​ທີ່​ມີມ​ູນ​ຄ່າ​ທີ່​ສຸດ​ຢູ່​​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ 100) ປີ 2015, ຫວຽດ​ນາມ ມີ 5 ບໍ​ລິ​ສັດນັ້ນ​ແມ່ນ, Vinamilk, PetroVietnam Gas, Vietcombank, Vingroup ແລະ FPT. ຫວ່າງ​ແລ້ວນີ້, ຢູ່​ມາ​ນີ​ລາ, ປະ​ເທດ​ຟີ​ລິບ​ປີນ, Vinamilk ກ​ໍ​ໄດ້​ຮັບ​ການ​ເຊີດ​ຊູ ແລະ ມອບ​ລາງວັນ​ບໍ​ລິ​ສັດ​ມີ​ຄະ​ແນນ​ຄຸ້ມ​ຄອງ​ດີ​ທີ່​ສຸ​ດ​ຫວຽດ​ນາມ ໃນ​ພິ​ທີ​ມອບ​ລາງວັນ​ຄຸ້ມ​ຄອງ​​ບໍ​ລິ​ສັດ​ພາກ​ພື້ນອາ​ຊຽນ. Vinamilk ກໍ​ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ​ນຳ​ໜ້າ​ຂອງ​ຫວຽ​ດນາມ ໃນ​ບັນ​ຊີ​ລາຍ​ຊື່ 50 ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ມ​ູນ​ຄ່າ​ຫຼາຍກວ່າ​ໝູ່​ຢູ່​ຫວຽດ​ນາມ, ໂດຍ​ບໍ​ລິ​ສັດ​​ໃຫ້​ຄຳປຶ​ກ​ສາ​ກຳ​ນົດ​ລາ​ຄາ​ເຄື່ອງ​ໝາຍ​ການ​ຄ້າ Brand Finance, ອັງ​ກິດ ປະ​ກາດ​ເມື່ອ​ຕົ້ນ​ເດືອນ 10 ຜ່ານມາ.

ຂ່າວ/ບົດ​ອື່ນ