ABAC III: ສ້າງ APEC ເປີດເຜີຍ, ປ່ຽນໃໝ່ ແລະ ກວມລວມ

(VOVWORLD) -ວັນທີ 28 ກໍລະກົດ, ກອງປະຊຸມສະພາທີ່ປຶກສາວິສາຫະກິດ APEC ຄັ້ງທີ 3 (ABAC III) ໄດ້ອັດລົງ, ພາຍຫຼັງດຳເນີນເປັນເວລາ 5 ວັນ (ແຕ່ວັນທີ 24 – 28 ກໍລະກົດ) ຢູ່ນະຄອນ Toronto, ປະເທດການາດາ

ABAC III: ສ້າງ APEC ເປີດເຜີຍ, ປ່ຽນໃໝ່ ແລະ ກວມລວມ - ảnh 1 ທ່ານ ຮ່ວາງວັນຢຸງ, ປະທານສະພານັກທຸລະກິດ APEC ຫວຽດນາມ

(ພາບ: TTXVN)

ດ້ວຍເລື່ອງບັນດາລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບບັນດາເນື້ອໃນສຳຄັນແນໃສ່ສ້າງພາກພື້ນ APEC ທີ່ເປີດເຜີຍ, ປ່ຽນໃໝ່ ແລະ ກວມລວມ. ໃນແຈ້ງການສື່ມວນຊົນເຊິ່ງຍົກອອກມາພາຍຫຼັງກອງປະຊຸມ, ບັນດາສະມາຊິກ ABAC III ເນັ້ນໜັກວ່າ, APEC ຕ້ອງກາຍເປັນພາກພື້ນທີ່ເປີດເຜີຍ, ປ່ຽນໃໝ່ ແລະ ກວມລວມ ດ້ວຍວິໄສທັດຍາວນານ ເພື່ອສາມາດສ້າງການເຕີບໂຕຢ່າງໝັ້ນຄົງ ແລະ ກວມລວມໃນພາກພື້ນ.  ແຈ້ງການກໍ່ຮຽກຮ້ອງໃຫ້ APEC ປະຕິບັດບັນດາມາດກ້າວຢ່າງແຮງ ມຸ່ງໄປເຖິງການສ້າງຕັ້ງເຂດການຄ້າເສລີອາຊີ - ປາຊີຟິກ (FTAAP) ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ຈາກບັນດາຂໍ້ຕົກລົງດ້ານການຄ້າພາກພື້ນທີ່ເຕັມໄປດ້ວຍຄວາມໄຝ່ສູງຄື: ສັນຍາຂ້າມປາຊີຟິກ (TPP), ຂໍ້ຕົກລົງຄູ່ຮ່ວມມືດ້ານເສດຖະກິດຮອບດ້ານຢູ່ພາກພື້ຶ້ນ (RCEP) ແລະ ພັນທະມິດ ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ