ACDFIM-15: ການຮ່ວມມື, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍພວມເກີດຂຶ້ນ

(VOVWORLD) - ທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ, ເຂົ້າຮ່ວມກອງປະຊຸມ.

ACDFIM-15: ການຮ່ວມມື, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍພວມເກີດຂຶ້ນ - ảnh 1 ກອງປະຊຸມ  ACDFIM – 15

(ພາບ: ຈາກສຳນັກຂ່າວສານ ຫວຽດນາມ)

ວັນທີ 8 ມີນາ, ກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 15 (ACDFIM – 15), ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມື, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໄດ້ຈັດຕັ້ງຢູ່ ສິງກະໂປ. ທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ, ເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ, ຫົວໜ້າຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ສະແດງຄວາມເຫັນດີເຫັນພ້ອມ, ແບ່ງປັນບັນດາຄຳເຫັນຕີລາຄາສະພາບ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ບັນດາເນື້ອໃນແຫ່ງການຮ່ວມມືລະຫວ່າງກອງທັບບັນດາປະເທດ ອາຊຽນ ໃນໄລຍະຈະມາເຖິງ ເຊິ່ງຜູ້ບັນຊາການບັນດາປະເທດໄດ້ເຕື້ອງເຖິງ. ເພື່ອໃຫ້ ອາຊຽນ ກາຍເປັນປະຊາຄົມມີຄວາມສະໜິດຕິດພັນ ແລະ ກາຍເປັນໃຈກາງ, ເປັນກຳລັງໜູນຊັກຈູງບັນດາກົນໄກຮ່ວມມືດ້ານຄວາມໝັ້ນຄົງຢູ່ພາກພື້ນຢ່າງແທດຈິງນັ້ນ, ກ່ອນອື່ນໝົດ, ອາຊຽນ ຕ້ອງຊອກຫາບັນດາວິທີການຮ່ວມມືແທດຈິງ ແລະ ມີປະສິດທິຜົນ, ສ້າງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ.

        ບົນພື້ນຖານນັ້ນ, ຫວຽດນາມ ສະເໜີບາງເນື້ອໃນຄວນໄດ້ຮັບການຍູ້ແຮງ, ນັ້ນແມ່ນ: ຕ້ອງເປັນເອກະພາບກ່ຽວກັບສະຕິຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຕໍ່ບັນດາບັນຫາຄວາມໝັ້ນຄົງລວມຂອງ ອາຊຽນ ແລະ ກຳນົດຄວາມໝັ້ນຄົງຂອງ ອາຊຽນ ນັ້ນແມ່ນຄວາມໝັ້ນຄົງຂອງແຕ່ລະປະເທດສະມາຊິກ ແລະ ກົງກັນຂ້າມ.

ຕອບກັບ

ຂ່າວ/ບົດ​ອື່ນ