ADB: ບັນ​ດາ​ປະ​ເທດ​ພ​ວມ​ພັດ​ທະ​ນາ​ຢູ່ ອາ​ຊີ​ ຕ້ອງ​ໄດ້​ຮັບ​​ທຶນໜູ​ນ​ຊ່ວຍບຸ​ລິ​ມະ​ສິດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ຕາມບົດລາຍງານສະບັບໜຶ່ງກ່ຽວກັບການຕີລາຄາແບບເອກະລາດຂອງທະນາຄານພັດທະນາອາຊີ (ADB) ຊຶ່ງໄດ້ປະກາດໃນວັນທີ 30 ກັນຍາ, ບັນດາປະເທດກຳລັງພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ຕ້ອງໄດ້ຮັບທຶນໜູນຊ່ວຍບຸລິມະສິດຫຼ່າຍກວ່າອີກເພື່ອມີໂອກາດຈະບັນລຸໄດ້ເປົ້າໝາຍກ່ຽວກັບການພັດທະນາແບບຍືນຍົງ (SDG)ຕື່ມອີກ.
ADB: ບັນ​ດາ​ປະ​ເທດ​ພ​ວມ​ພັດ​ທະ​ນາ​ຢູ່ ອາ​ຊີ​ ຕ້ອງ​ໄດ້​ຮັບ​​ທຶນໜູ​ນ​ຊ່ວຍບຸ​ລິ​ມະ​ສິດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ຖະໜົນ ຫງວຽນວັນກື່, ນະຄອນເກິ່ນເທີ, ປະເທດຫວຽດນາມ ຖືກນ້ຳຖ້ວມ (ພາບ: TTXVN) 

ຕາມບົດລາຍງານແລ້ວ, ສະພາບການບໍ່ສະເໝີພາບພວມນັບມື້ນັບເພີ່ມຂຶ້ນ, ບັນດາບັ້ນວິກິດການກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ ແລະ ເກີດຂຶ້ນຢູ່່ຫຼາຍບ່ອນ, ການປະທະກັນໄດ້ດຳເນີນໃນໄລຍະທີ່ຍາວນານ ແລະ ການຂາດຄວາມສະຖຽນລະພາບໄດ້ເກີດຂຶ້ນຢ່າງເປັນປະຈຳຢູ່ບາງປະເທດ, ເຊິ່ງສະແດງໃຫ້ເຫັນວ່າບັນດາໝາກຜົນທີ່ບັນລຸໄດ້ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ພາກພື້ນນີ້ມີຄວາມສ່ຽງທີ່ຈະກັບຄືນສູ່ໄລຍະກາງ. ບົດລາຍງານໄດ້ກ່າວເຕືອນບັນດາປະເທດໃນພາກພື້ນວ່າ ຖ້າບໍ່ມີຄວາມມານະພະຍາຍາມກ່ວາອີກ, ແມ່ນຍາກທີ່ຈະບັນລຸໄດ້ບໍ່ວ່າ SDG ໃດກໍ່ຕາມໃນປີ 2030.

        ລາຍງານກໍ່ໄດ້ດຳເນີນການຕີລາຄາໝາກຜົນຂອງການນຳໃຊ້ບັນດາບ້ວງເງິນກູ້ຢືມບຸລິມະສິດ ແລະ ການໜູນຊ່ວຍຂອງ ADB ໃນໄລຍະແຕ່ປີ 2013 – 2018. ຕາມບົດລາຍງານແລ້ວ, ທຶນຊ່ວຍເຫຼືອບຸລິມະສິດຂອງ ADB ໃນໄລຍະນີ້ໄດ້ເພີ່ມຂຶ້ນເກືອບ 21 ຕື້ USD, ໃນນັ້ນ 5,8 ຕື້ USD ແມ່ນທຶນຊ່ວຍເຫຼືອລ້າ.

ຕອບກັບ

ຂ່າວ/ບົດ​ອື່ນ