ADB ຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດ ອາຊີ ລົງ

(VOVWORLD) -ADB ກໍ່ຫຼຸດການຄາດຄະເນການເຕີບໂຕເສດຖະກິດປີ 2023 ຂອງພາກພື້ນ ອາຊີ ຈາກລະດັບ 4,9% ເຫຼືອພຽງ 4,6% ຍ້ອນ “ແງ່ຫວັງມືດມົວ”.

        ໃນບົດລາຍງານແງ່ຫວັງພັດທະນາອາຊີ (ADO) 2022 ປະກາດໃນວັນທີ 14 ທັນວາ, ທະນາຄານພັດທະນາອາຊີ (ADB) ໄດ້ຫຼຸດການຄາດຄະເນການເຕີບເສດຖະກິດຂອງພາກພື້ນ ອາຊີ ປີ 2022 ບັນລຸ 4,2%, ຕ່ຳກວ່າເມື່ອທຽບໃສ່ການຄາດຄະເນ 4,3% ເຊິ່ງຍົກອອກເມື່ອເດືອນ ກັນຍາ. ພ້ອມກັນນັ້ນ, ADB ກໍ່ຫຼຸດການຄາດຄະເນການເຕີບໂຕເສດຖະກິດປີ 2023 ຂອງພາກພື້ນ ອາຊີ ຈາກລະດັບ 4,9% ເຫຼືອພຽງ 4,6% ຍ້ອນ “ແງ່ຫວັງມືດມົວ”.

        ADB ໃຫ້ຂໍ້ສັງເກດວ່າ ບັນດາພື້ນຖານເສດຖະກິດ ອາຊີ ຈະສືບຕໍ່ຟື້ນຟູ ແຕ່ຈະ “ເສຍກຳລັງໜູນສ່ວນໃດສ່ວນໜຶ່ງ”. ສາຍເຫດຕົ້ນຕໍແມ່ນຜົນກະທົບຈາກການຈຳກັດບໍລິເວນຍ້ອນພະຍາດໂຄວິດ-19 ຢູ່ ຈີນ, ການປະທະກັນຢູ່ ຢູແກຼນ ກໍຄືຄວາມຕ້ອງການຂອງບັນດາພື້ນຖານເສດຖະກິດພັດທະນາສຳລັບສິນຄ້າຜະລິດຊັກຊ້າລົງ. ນອກນັ້ນ, ຍັງມີຫຼາຍສາຍເຫດອື່ນຄື, ຄວາມສ່ຽງດ້ານພູມສາດການເມືອງ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ