ADB ຮ່ວມ​ມື​ສ້າ​ງ​ແຜນຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 2021 – 2025

(VOVWORLD) -ຕອນບ່າຍວັນທີ 17 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Andriu Jep-fri ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ. 

ADB ຮ່ວມ​ມື​ສ້າ​ງ​ແຜນຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 2021 – 2025 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ        Andriu Jep-fri ຜູ້ອຳນວຍການ(ADB) ປະຈຳຫວຽດນາມ

                                 (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ໄດ້ປະຕິບັດເປົ້າໝາຍຄວບຄູ່, ປ້ອງກັນສະກັດກັ້ນໂລກລະບາດພ້ອມທັງຍູ້ແຮງການຜະລິດ, ດຳເນີນທຸລະກິດ. ຫວຽດນາມສະໜັບສະໜູນທັດສະນະຂອງ ADB ເມື່ອທີ່ຕີລາຄາການຄາດຄະເນລະດັບການເຕີບໂຕ ຂອງຫວຽດນາມ ໃນປີນີ້. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ADB ໜູນຊ່ວຍສ້າງແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດສັງຄົມໄລຍະ 2021 – 2025 ແລະ ສົມທົບກັນຢ່າງແໜ້ນແຟ້ນໃນວິວັດການສ້າງແລະ ຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືແຫ່ງຊາດໃຫ້ແກ່ໄລຍະໃໝ່ (2021 - 2025).

ສ່ວນທ່ານ Andriu Jep-fri. ຜູ້ອຳນວຍການ ADB ປະຈຳຫວຽດນາມ ກໍ່ຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມໄດ້ຮ່ວມມືກັບ ADB ຢ່າງມີປະສິດທິຜົນໃນຕະຫຼອດໄລຍະຜ່ານມາ. ບົນພື້ນຖານທີ່ລັດຖະບານຫວຽດນາມພວມສ້າງແຜນຍຸດທະສາດພັດທະນາເສດຖະກິດ ສັງຄົມ 2021 – 2025 ແລະ ໃນ 10 ປີຈະມາເຖິງ, ADB ກໍ່ພວມສ້າງແຜນຍຸດທະສາດຄູ່ຮ່ວມມືແຫ່ງຊາດໃນໄລຍະ 5 – 10 ປີຈະມາເຖິງ. ທ່ານຫວັງວ່າ ສອງແຜນຍຸດທະສາດສາມາດຮ່ວມມືກັນເພື່ອຊຸກຍູ້ຫວຽດນາມພັດທະນາກ່ວາອີກ. ADB ພວມເອົາໃຈໃສ່ໜູນຊ່ວຍທັງກຸ່ມວິສາຫະກິດ ເອກະຊົນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການດຶງດູດການລົງທຶນພາກເອກະຊົນໄດ້ຫຼາຍກ່ວາໃນວິວັດການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ