ADB ແຕ່ງຕັ້ງຜູ້ອຳນວຍການແຫ່ງຊາດຄົນໃໝ່ຢູ່ ຫວຽດນາມ

(VOVWORLD) - ທ່ານ Shantanu Chakraborty (ຖືສັນຊາດ ອິນເດຍ), ເປັນຜູ້ສືບທອດໜ້າທີ່ຂອງທ່ານ Andrew Jefries (ຖືສັນຊາດ ອາເມລິກາ), ຜູ້ຫາກໍ່ສິ້ນສຸດອາຍຸການເປັນຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ.

ວັນທີ 24 ກໍລະກົດ, ທະນາຄານພັດທະນາ ອາຊີ (ADB) ໄດ້ແຕ່ງຕັ້ງທ່ານ Shantanu Chakraborty ດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດຄົນໃໝ່ປະຈຳ ຫວຽດນາມ.

        ຕາມນັ້ນແລ້ວ, ທ່ານ Shantanu Chakraborty ຈະນຳພາການເຄື່ອນໄຫວຂອງ ADB ປະຈຳ ຫວຽດນາມ, ຕາງໜ້າໃຫ້ທະນາຄານໃນການເຈລະຈານະໂຍບາຍ ແລະ ຊຸກຍູ້ການພົວພັນຂອງທະນາຄານກັບລັດຖະບານ ແລະ ບັນດາອົງການກ່ຽວຂ້ອງ. ທ່ານຈະຕິດຕາມກວດກາເລື່ອງຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືລະດັບຊາດໃຫ້ແກ່ ຫວຽດນາມ ໄລຍະ 2023 – 2026, ສຸມໃສ່ເຂົ້າການຫັນປ່ຽນຂອງ ຫວຽນດາມ ເປັນພື້ນຖານເສດຖະກິດສີຂຽວ, ຂຸດຄົ້ນກຳລັງຄວາມສາມາດຂອງພາກພື້ນເອກະຊົນ ແລະ ຊຸກຍູ້ຄວາມຍຸຕິທຳທາງສັງຄົມ.

        ທ່ານ Shantanu Chakraborty (ຖືສັນຊາດ ອິນເດຍ), ເປັນຜູ້ສືບທອດໜ້າທີ່ຂອງທ່ານ Andrew Jefries (ຖືສັນຊາດ ອາເມລິກາ), ຜູ້ຫາກໍ່ສິ້ນສຸດອາຍຸການເປັນຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ