ADB ແລະ WB ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຢູ່​ໃນ​ລະ​ດັບ​ແຕ່ 5,3% - 6,5%

(VOVWORLD) - ໃນບົດລາຍງານແງ່ຫວັງພັດທະນາ ອາຊີ 2022 ທີ່ໄດ້ປະກາດໃນວັນທີ 6 ເມສາ, ທະນາຄານພັດທະນາ ອາຊີ (ADB)  ໄດ້ຄາດຄະເນລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ປີ 2022 ຈະບັນລຸ 6,5% ແລະ ປີ 2023 ບັນລຸ 6,7%.
ADB ແລະ WB ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຢູ່​ໃນ​ລະ​ດັບ​ແຕ່ 5,3% - 6,5% - ảnh 1(ພາບປະກອບ: TTXVN)

ຕາມການຄາດຄະເນຂອງ ADB ແລ້ວ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດຂອງ ລັດຖະບານ ຫວຽດນາມ ຈະຊຸກຍູ້ການການເຕີບໂຕດ້ານອຸດສາຫະກຳ ຄາດວ່າຈະບັນລຸ 9,5% ໃນປີ 2022. ປະລິມານການຜະລິດກະສິກຳ ຄາດວ່າຈະເພີ່ມຂຶ້ນ 3,5% ໃນປີນີ້ ຍ້ອນຄວາມຕ້ອງການພາຍໃນປະເທດມີການຟື້ນຟູ ແລະ ລາຄາສິນຄ້າທົ່ວໂລກກໍເພີ່ມຂຶ້ນ. ເລື່ອງ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ມີຜົນສັກສິດມາແຕ່ວັນທີ 1 ມັງກອນ 2022 ກໍຊ່ວຍຊຸກຍູ້ການເຄື່ອນໄຫວການຄ້າ ເມື່ອໂລກລະບາດໄດ້ຮັບການຄວບຄຸມ.

        WB ກໍຕີລາຄາວ່າ ແງ່ຫວັງດັ່ງກ່າວ ຍັງຂຶ້ນກັບຄວາມສ່ຽງທີ່ນັບມື້ນັບເພີ່ມຂຶ້ນ ເປັນຕົ້ນແມ່ນຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ ແລະ ບັນດາມາດຕະການລົງໂທດທີ່ກ່ຽວຂ້ອງ. ບັນດາປັດໄຈເຫຼົ່ານີ້ ອາດຈະຮ້າຍແຮງກວ່າ ຖ້າຫາກວ່າປະກົດມີເຊື້ອໄວຣັດສາຍພັນໃໝ່ຂອງໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ